ພູມສັນຖານປະເທດລາວ ລາວລ້ານຊ້າງ










ທີ່ຕັ້ງ ແລະ ພູມສັນຖານ

ສປປ ລາວ ເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ຕັ້ງຢູ່ທິດຕາເວັນອອກສ່ຽງໃຕ້ຂອງທະວີບອາຊີຢູ່ໃຈກາງຂອງແຫຼມ ອິນດູຈີນ ແລະ ມີຊາຍແດນຕິດຈອດກັນກັບ ປະເທດ ກຳປູເຈຍ, ມຽນມາ, ໄທ, ຫວຽດນາມ ແລະ ຈີນ. ຍາວຢຽດໄປຕາມຊີກໂລກເໜືອ ນັບແຕ່ເສັ້ນສູນສູດຂຶ້ນມາ ແລະ ຢູ່ໃນເຂດອາກາດອົບອຸ່ນ. ພູມສັນຖານສູງທາງພາກເໜືອ ແລະ ຄ້ອຍຊັນ ລົງໄປທາງພາກໃຕ້, ມີແມ່ນໍ້າຂອງໄຫຼຜ່ານແຕ່ເໜືອຮອດໃຕ້




 
ສປປ ລາວ
   ເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ມີເນື້ອທີ່ທັງໝົດ 236,800 ກິໂລແມັດມົນທົນ ແລະ ຕັ້ງຢູ່ທິດຕາເວັນອອກສ່ຽງໃຕ້ຂອງທະວີບອາຊີຢູ່ໃຈກາງຂອງແຫຼມ ອິນດູຈີນ ແລະ ມີຊາຍແດນຕິດຈອດກັນກັບປະເທດ ກຳປູເຈຍ, ມຽນມາ, ໄທ,ຫວຽດນາມ ແລະ ຈີນ ແລະ ທີ່ຕັ້ງທາງດ້ານພູມມີປະເທດເປັນເຂດກັນຊົນລະຫວ່າງປະເທດເພື່ອນບ້ານ ທັງເປັນເສັ້ນທາງຜ່ານທີ່ສຳຄັນດ້ານການຄ້າ ແລະ ການຄົມມະນາຄົມ. ສປປ ລາວ ມີທີ່ຕັ້ງຍາວຢຽດໄປຕາມຊີກໂລກເໜືອ ນັບແຕ່ເສັ້ນສູນສູດຂຶ້ນມາ ແລະ ຢູ່ໃນເຂດອາກາດອົບອຸ່ນ. ແມ່ນ້ຳຂອງກວມເອົເສັ້ນຊາຍແດນສ່ວນໃຫຍ່ລະຫວ່າງ ສປປ ລາວ ກັບ ປະເທດໄທ ທາງດ້ານທິດຕາເວັນຕົກ ແລະ ມີສາຍອານາມຍາວຢຽດເປັນເສັ້ນຊາຍແດນຕິດຈອດກັບປະເທດຫວຽດນາມ. ຄອນພະເພັງຢູ່ເຂດໃຕ້ສຸດຂອງປະເທດເປັນຄອນປິດກັ້ນແມ່ນ້ຳໄປສູ່ທະເລ ແຕ່ດ້ານທິດເໜືອຂອງຄອນພະເພັງເຮືອບັນທຸກສິນຄ້າສາມາດທຽວໄປມາໄດ້ເກືອບທຸກລະດູການຕະຫຼອດໄລຍະຄວາມຍາວ ຂອງ ລາວ ຕາມແລວແມ່ນ້ຳຂອງ.


 ພູມສັນຖານຂອງປະເທດລາວສ່ວນໃຫຍ່ເປັນເຂດພູດອຍມີລະດັບຄວາມສູງກວ່າ 500 ແມັດ ແລະ ພື້ນທີ່ຂອງປະເທດມີລັກສະນະສູງຊັນ, ປະກອບດ້ວຍຮ່ອມພູເຂົາແຄບ ທີ່ເປັນສາຍນ້ຳ ແລະ ມີທີ່ດິນທີ່ມີທ່າແຮງດ້ານການກະສິກຳຕໍ່າ. ຢູ່ໃນພາກໃຕ້ຂອງປະເທດມີເຂດພື້ນທີ່ມີຂະໜາດກວ້າງຂວາງ ໃນແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ, ພື້ນທີ່ເຫຼົ່ານີ້ເໝາະແກ່ການປູກເຂົ້າ ແລະ ລ້ຽງສັດເປັນຢ່າງຍິ່ງ.ພື້ນທີ່ດັ່ງກ່າວນັ້ນເປັນ ພື້ນທີ່ຮາບພຽງເປັນດິນທີ່ມີນ້ຳພັດມາຄ້າງໄວ້ຢູ່ຕາມພູ, ຕາມແຄມແມ່ນ້ຳຂອງ ແລະ ເປັນສາຂາຂອງແມ່ນ້ຳຂອງ ທັງສອງສິ່ງນີ້ປົກຄຸມພຽງແຕ່ ປະມານ 20% ຂອງພື້ນທີ່ດິນ ທີ່ມີພື້ນທີ່ເໝາະແກ່ການປູກຝັງ ຄາດວ່າມີປະມານ 4-5% ຂອງພື້ນທີ່ທັງໝົດຂອງປະເທດ.

ການແບ່ງເຂດການປົກຄອງ 


ປະກອບດ້ວຍເມືອງຕ່າງຕ່າງລຸ່ມນີ້

ວຽງຈັນຕັ້ງຢູ່ໃນ ແລະ ເປັນເມືອງເອກຂອງນະຄອນຫຼວງວຽງຈັນ
ວຽງຈັນປະກອບດ້ວຍເມືອງຕ່າງຕ່າງລຸ່ມນີ້:

ແຜນທີ່ລະຫັດ
ລາວອັງກິດ
Vientiane Districts.PNG
01-01
ຈັນທະບູລີChanthabuly
01-02
ສີໂຄດຕະບອງSikhottabong
01-03
ໄຊເສດຖາXaysetha
01-04
ສີສັດຕະນາກSisattanak
01-07
ຫາດຊາຍຟອງHadxayfong:
ດ້ານພົນລະເມືອງລາວ

ພົນລະ​ເມືອງ​ລາວ​ຄາດ​ຄະ​ເນ​ມີປະມານ 6,8 ລ້ານ​ຄົນ ໃນ​ປີ 2009, ຊຶ່ງຢູ່ກະ​ແຈກ​ກະຈາຍ​ໃນ​ທົ່ວປະ​ເທດ. ​ປະຊາຊົນສ່ວນໃຫຍ່​ດຳລົງ​ຊິວິດ​ໃນ​ທົ່ງ​ຮາບ ຕາມລຳ​ແມ່​ນ້ຳ ຂອງ ​ແລະ ​ສາຂາ​ຂອງ​ແມ່ນ້ຳຂອງ; ​ປະຊາຊົນໃນເຂດ​ຕົວເມືອງ​ກວມຢູ່ປະມານ 31%. ຊົນເຜົ່າຫຼັກແມ່ນຊົນ​ເຜົ່າ​ລາວ​ລຸ່ມ​ (55%), ຊົນ​ເຜົ່າ​ຂະມຸ (11%), ​ແລະ ຊົນ​ເຜົ່າ​ມົ້ງ (8%).
ອາຍຸ​ປານ​ກາງ ​ແມ່ນ  20,7 ປີ, ອາຍຸ​ຍືນສະເລ່ຍ 62 ປີ.
​ສາດສະໜາຫຼັກ​ໃນ​ລາວແມ່ນສາດສະໜາ​ພຸດ ເທລະວາດາ. ພ້ອມດຽວກັນ, ກໍ່ມີ​ຈຳນວນ​​ຫນ້ອຍໜຶ່ງທີ່ນັບຖື ສາດສະໜາຄຣິດ ໂດຍສ່ວນໃຫຍ່ແມ່ນ​ຢູ່ເຂດວຽງ​ຈັນ ແລະ ສາດສະໜາອິດສະລາມ ໂດຍສ່ວນໃຫຍ່ແມ່ນຢູ່ເຂດຊາຍແດນທີ່ຕິດກັບມຽນມາ.
ພາສາ​ທາງ​ລັດຖະການ​ແມ່ນ​ພາສາ​ລາວ, ສຳນຽງ​ການ​ອອກສຽງ​ແມ່ນ​ກຸ່ມພາສາສາດ​ໄຕ. ພາສາ​ຂຽນ​ແມ່ນ​ອີງ​ຕາມຕົ້ນ​ສະບັບຕົວ​ຫນັງສື​ຂະ​ແມ. ສ່ວນ​ພາສາ​ຝະລັ່ງ​​ແມ່ນມີການນຳໃຊ້​ຍ້ອນ​ເຫດຜົນ​ທາງ​ດ້ານ​ປະຫວັດສາດ, ແລະ ​ພາສາ​ອັງກິດ​ແມ່ນໄດ້ມີການຮ່ຳ​ຮຽນຫຼາຍຂຶ້ນ​ໃນຊຸມປີຜ່ານມາ​ນີ້.
ດ້ານເສດຖະກິດ ​ແລະ ອຸດສາຫະກຳ:
ລັດຖະບານ​ແຫ່ງ ສປປ ລາວ ​ໄດ້​ເລີ້ມການ​ກະຈາຍ​ອຳນາດຈາກສູນກາງລົງສູ່ທ້ອງຖິ່ນ ແລະ ສົ່ງ​ເສີມທຸລະ​ກິດ​ຂອງພາກເອກະ​ຊົນ ​ໃນ​ປີ 1986, ຊຶ່ງເປັນຜົນເຮັດໃຫ້ການເຕີບໂຕທາງດ້ານເສດຖະກິດຢູ່ໃນອັດຕາສະເລ່ຍ 6% ຕໍ່​ປີ ​ແຕ່​ປີ 1988-2008. ​ເຖິງ​​ແມ່ນວ່າ​ອັດຕາ​ການເຕີບໂຕດັ່ງກ່າວຈະ​ສູງກໍ່ຕາມ, ​ແຕ່​ພື້ນຖານໂຄງລ່າງຫຼາຍເຂດກໍ່ຍັງຈະຕ້ອງໄດ້ສືບຕໍ່​ພັດທະນາ ​ໂດຍ​ສະ​ເພາະແມ່ນຢູ່​ເຂດ​ຊົນນະບົດ. ເຂດຕົວເມືອງ ແລະ ເຂດຊົນນະບົດຫຼາຍເມືອງແມ່ນມີ​ໄຟຟ້າໃຊ້​. ດ້ານເສດຖະກິດແມ່ນໄດ້​ຮັບປະ​ໂຫຍ​ດຫຼາຍຈາກ​ການ​ລົງທຶນຂອງ​ຕ່າງປະ​ເທດ​ໃນ​ ຂະ​ແໜງໄຟຟ້ານ້ຳຕົກ, ບໍ່ແຮ່ ແລະ ການ​ກໍ່ສ້າງ. ພ້ອມດຽວກັນນັ້ນ, ລາວກຳລັງດຳເນີນການຕາມຂັ້ນຕອນທີ່ກຳນົດເພື່ອເຂົ້າ ເປັນສະມາຊິກອົງການການຄ້າໂລກ ເຊັ່ນການ​ປະຕິ​ຮູບການ​ອະນຸຍາດ​ນຳ​ເຂົ້າ.
​ພື້ນຖານ​ກະສິກຳແມ່ນການປູກເຂົ້າກິນໃນເຂດດິນຕ່ຳເປັນຫຼັກ, ຊຶ່ງກວມເອົາ 30% ຂອງ GDP ​ແລະ ສ້າງວຽກເຮັດງານທຳ ປະມານ 80% ຂອງການຈ້າງງານທັງໝົດ. ຂະແໜງອຸດສາຫະກຳກວມປະມານ 33% ຂອງ GDP ​ແລະ ຂະ​ແໜງ​ການບໍລິການ ກວມ 37%. ສິນຄ້າ​ສົ່ງ​ອອກຫຼັກຂອງ ສປປ ລາວ ແມ່ນ: ​ຜະລິດ​ຕະພັນໄມ້, ກາ​ເຟ, ​ໄຟຟ້າ, ກົ່ວ, ທອງ​ແດງ ​ແລະ ຄຳ. ການ​ນຳ​ເຂົ້າ​ລວມມີ ​ເຄື່ອງ​ກົນ​ຈັກ ​ແລະ ອຸປະກອນ, ພາຫະນະ, ນ້ຳມັນເຊື້ອໄຟ ​ແລະ ​ສິນຄ້າບໍລິໂພກອື່ນໆ.
ດ້ານວັດທະນະ​ທຳ:


ສາດສະໜາ​ພຸດ​ເທລະວາດາແມ່ນສ່ວນ​ສຳຄັນ​ໃນ​ວັດທະນາ​ທຳ​ລາວ, ຊຶ່ງມັນ​ສະແດງອອກຢູ່ໃນທົ່ວ​​ປະ​ເທດ ນັບແຕ່​ພາສາ ​ເຖິງ ວັດວາ​ອາຮາມ ​ແລະ ສິນລະປະ, ວັນນະຄະດີ, ການສະ​ແດງ​ສິນລະປະ ​ແລະ ອື່ນໆ ໃນຂອບເຂດທົ່ວປະເທດ. ​ເຄື່ອງດົນຕີ​ແຫ່ງ​ຊາດແມ່ນ​ແຄນ, ​ຊຶ່ງເປັນ​​ເຄື່ອງ​ດົນຕີ​ໜື່ງ​ທີ່ເຮັດ​ມາ​ຈາກ​ໄມ້ປ່ອງ ທີ່ເປັນ​ມູນ​ມໍລະດົກມາ​ແຕ່​ດຶກ​ດຳ​ບັນ ແລະ ເປັນ​ສ່ວນ​ສຳຄັນ​ຂອງ​ເພງລາວ. ​ຕາມປະເພນີແລ້ວ ແຄນແມ່ນຈະຄຽງຄູ່ກັບນັກຮ້ອງເວລາ ລຳ, ຊຶ່ງລຳແມ່ນປະເພດເພງພື້ນເມືອງ ຍອດນິຍົມຂອງລາວ. ໃນຫຼາຍປະເພດຂອງ ລຳ, ອາດແມ່ນລຳສາລະວັນທີ່ໄດ້ຮັບຄວາມນິຍົມທີ່ສຸດ.
ອາຫານ​ລາວແມ່ນມີ​ລັກສະນະ​ຄ້າຍຄື​ກັບອາຫານ​ພາກ​ຕາ​ເວັນ​ອອກ​ສ່ຽງ​ໄຕ້ ຂອງໄທ (ອີສານ). ​ເຂົ້າຫນຽວ​ແມ່ນ​ອາຫານ​ສຳຄັນ ແລະ ມັນສະແດງເຖິງວັດທະນາ​ທຳ ​ແລະ ສາດສະໜາ​ຂອງ​ຄົນ​ລາວ.

No comments:

Post a Comment

ລາວ

ປະເທດລາວ     ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທຸງຊາດ ເຄື່ອງໝາຍຊາດ ຄຳຂວັນ : "ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະ...