ຊວນທ່ຽວລາວ

ສ.ປ.ປ.ລາວ ເປັນປະເທດດຽວໃນພາກພື້ນນີ້ທີ່ບໍ່ມີຊາຍແດນຕິດກັບທະເລ, ລວງຍາວຂອງປະເທດແຕ່ເໜືອຮອດໃຕ້ປະມານ 1.700 ກວ່າກິໂລແມັດ, ບ່ອນກວ້າງທີ່ສຸດ 500 ກິໂລແມັດ ແລະ ບ່ອນແຄບທີ່ສຸດ 140 ກິໂລແມັດ, ເນື້ອທີ່ທັງໝົດ 236.800 ກິໂລແມັດມົນທົນ, ມີທັງເຂດພູດອຍແລະທົ່ງພຽງ, ໃນນັ້ນມີເຂດພູພຽງ ແລະ ພູດອຍກວມເນື້ອທີ່ 3/4 ຂອງເນື້ອທີ່ທັງໝົດ ແລະ ໄດ້ແບ່ງອອກເປັນ 3 ເຂດຄື:
ສປປ ລາວ ເປັນປະເທດໜື່ງທື່ອຸດົມສົມບູນໄປດ້ວຍຫ້ວຍນ້ຳລຳເຊ ຊຶ່ງຢາຍຢູ່ແຕ່ເໜືອຮອດໃຕ້; ແມ່ນ້ຳຂອງໄຫຼຜ່ານຍາວ 1.835 ກິໂລແມັດ ເຊິ່ງມີຄວາມສາມາດບົ່ມຊ້ອນຂອງພະລັງໄຟຟ້ານ້ຳຕົກຢູ່ໃນອ່າງນ້ຳຂອງຕອນລຸ່ມກວມ 51% . ນອກຈາກແມ່ນ້ຳຂອງ​ແລ້ວ ຍັງມີບັນດາສາຍນ້ຳທີ່ສຳຄັນຕ່າງໆ ເຊັ່ນ: ນ້ຳອູ (ຜົ້ງສາລີ - ຫຼວງພະບາງ) ຍາວ 448 ກິໂລແມັດ, ນ້ຳງື່ມ (ຊຽງຂວາງ-ວຽງຈັນ) ຍາວ 354 ກິໂລແມັດ, ນ້ຳເຊບັ້ງຫຽງ (ສະຫວັນນະເຂດ) ຍາວ 338 ກິໂລແມັດ, ນ້ຳທາ (ຫຼວງນ້ຳທາ-ບໍ່ແກ້ວ) ຍາວ 325 ກິໂລແມັດ, ນ້ຳເຊກອງ (ສາລະວັນ-ເຊກອງ-ອັດຕະປື) ຍາວ 320 ກິໂລແມັດ, ນ້ຳເຊບັ້ງໄຟ (ຄຳມ່ວນ-ສະຫວັນນະເຂດ) ຍາວ 239 ກິໂລແມັດ, ນ້ຳແບ່ງ (ອຸດົມໄຊ) ຍາວ 215 ກິໂລແມັດ, ນ້ຳເຊໂດນ (ສາລະວັນ-ຈຳປາສັກ) ຍາວ 192 ກິໂລແມັດ, ນ້ຳເຊລະນອງ (ສະຫວັນນະເຂດ) ຍາວ 115 ກິໂລແມັດ, ນ້ຳກະດິງ (ບໍລິຄຳໄຊ) ຍາວ 103 ກິໂລແມັດ, ນ້ຳຄານ (ຫົວພັນ-ຫຼວງພະບາງ) ຍາວ 90 ກິໂລແມັດ.

ລັກສະນະພູມອາກາດ

ສປປ ລາວ ຢູ່ໃນພູມອາກາດຂອງເຂດຮ້ອນ, ມີລົມມໍລະສຸມ ແຕ່ບໍ່ມີພາຍຸ, ສຳລັບເຂດພູດອຍພາກເໜືອ ແລະ ເຂດສາຍພູຫຼວງອາກາດ ມີລັກສະນະເຄິ່ງຮ້ອນເຄິ່ງໜາວ ອຸນຫະພູມສະສົມ ສະເລ່ຍປະຈຳປີສູງເຖິງ 15-30 ອົງສາເຊ, ການຜິດດ່ຽງອຸນຫະພູມລະຫວ່າງກາງເວັນ ແລະ ກາງຄືນມີປະມານ 10 ອົງສາເຊ. ຈຳນວນຊົ່ວໂມງ ທີ່ມີແສງແດດຕໍ່ປີປະມານ 2.300-2.400 ຊົ່ວໂມງ (ປະມານ 6,3-6,5 ຊົ່ວໂມງຕ່ໍມື້), ຄວາມຊຸ່ມຊື່ນ ສຳຜັດຂອງອາກາດ ມີປະມານ 70 - 85%, ປະລິມານ ນ້ຳຝົນນັບແຕ່ 75-90% ໃນລະດູຝົນ (ແຕ່ເດືອນ ພຶດສະພາ ຫາ ເດືອນຕຸລາ). ສ່ວນໃນລະດູແລ້ງ (ເດືອນພະຈິກ ຫາເດືອນເມສາ) ປະລິມານນ້ຳຝົນມີພຽງ 10-25% ແລະ ປະລິມານສະເລ່ຍຕໍ່ປີ ຂອງແຕ່ລະເຂດກໍ່ຜິດໂຕນກັນຢ່າງຫຼວງຫຼາຍ ເຊັ່ນວ່າ: ສາຍພູຫຼວງ ຍ່ານເຂດໃຕ້ໄດ້ຮັບນ້ຳຝົນ ສະເລ່ຍປີລະ 300 ຊັງຕີແມັດ ຂະນະທີ່ເຂດແຂວງ ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ ໄດ້ຮັບພຽງແຕ່ 100-150 ຊັງຕີແມັດ, ສ່ວນວຽງຈັນ ແລະ ສະຫວັນນະເຂດ ໄດ້ຮັບລະຫວ່າງ 150-200 ຊັງຕີແມັດ ເຊັ່ນດຽວກັບ ຜົ້ງສາລີ, ຫຼວງນ້ຳທາ ແລະ ບໍ່ແກ້ວ.

ຊັບພະຍາກອນທຳມະຊາດ ແລະ ປ່າໄມ້

ດ້ວຍພູມີປະເທດ ແລະ ພູມອາກາດທີ່ເປັນເຂດຮ້ອນຊຸ່ມ ມັນໄດ້ສ້າງເງື່ອນໄຂໃຫ້ ສປປ ລາວ ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດນາໆຊະນິດ, ໃນພື້ນດິນກໍ່ມີບໍ່ແຮ່ທາດຕ່າງໆ ເຊັ່ນ: ກົ່ວເຫຼັກຖ່ານຫີນຊືນທອງຄຳເງິນ,ມາດອັງຕີມອນແກ້ວປະເສີດ ແລະ ອື່ນໆ, ຢູ່ເທິງໜ້າດິນກໍມີປ່າໄມ້ກວມເນື້ອທີ່ 47 % ຂອງເນື້ອທີ່ທັງໝົດ, ໃນນັ້ນມີທັງໄມ້ຄ່າສູງທາງດ້ານເສດຖະກິດ ເຊັ່ນ ໄມ້ຄະຍູງໄມ້ດູ່ໄມ້ເກດສະໜາໄມ້ໂລ່ງເລ່ງ ຢູ່ໃນປ່າກໍມີເຄື່ອງປ່າຂອງດົງປະເພດຕ່າງໆ ທີ່ໂລກຕ້ອງການຫຼາຍເຊັ່ນ: ຄັ່ງຍານໝາກແໜ່ງຢາງແປກຫວາຍ, ຕົ້ນໄມ້ເປັນຢາ ແລະ ອື່ນໆ ນອກນັ້ນ ຍັງມີສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນເຊັ່ນ: ຊ້າງເສືອໝີເມີຍກະທິງກວາງເຍືອງເສົາຫຼາ ໆລໆ.
ປະເພດປ່າ
ປ່າໄມ້ທີ່ອຸດົມສົມບູນຂອງປະເທດລາວແບ່ງອອກເປັນ 5 ປະເພດດັ່ງນີ້:

ທໍ່ສົ່ງນໍ້າມັນ

ປະເທດລາວມີທໍ່ສົ່ງນໍ້າມັນເປຕະໂລນ ຍາວທັງໝົດ 136 ກິໂລແມັດ.

ລັກສະນະພູມອາກາດ

ສປປ ລາວ ຢູ່ໃນພູມອາກາດຂອງເຂດຮ້ອນ, ມີລົມມໍລະສຸມ ແຕ່ບໍ່ມີພາຍຸ, ສຳລັບເຂດພູດອຍພາກເໜືອ ແລະ ເຂດສາຍພູຫຼວງອາກາດ ມີລັກສະນະເຄິ່ງຮ້ອນເຄິ່ງໜາວ ອຸນຫະພູມສະສົມ ສະເລ່ຍປະຈຳປີສູງເຖິງ 15 - 30 ອົງສາເຊ, ການຜິດດ່ຽງອຸນຫະພູມລະຫວ່າງກາງເວັນ ແລະ ກາງຄືນມີປະມານ 10 ອົງສາເຊ. ຈຳນວນຊົ່ວໂມງ ທີ່ມີແສງແດດຕໍ່ປີປະມານ 2.300-2.400 ຊົ່ວໂມງ (ປະມານ 6,3-6,5 ຊົ່ວໂມງຕ່ໍມື້), ຄວາມຊຸ່ມຊື່ນ ສຳຜັດຂອງອາກາດ ມີປະມານ 70-85%, ປະລິມານ ນ້ຳຝົນນັບແຕ່ 75-90% ໃນລະດູຝົນ (ແຕ່ເດືອນ ພຶດສະພາ ຫາ ເດືອນຕຸລາ). ສ່ວນໃນລະດູແລ້ງ (ເດືອນພະຈິກ ຫາເດືອນເມສາ) ປະລິມານນ້ຳຝົນມີພຽງ 10-25% ແລະ ປະລິມານສະເລ່ຍຕໍ່ປີ ຂອງແຕ່ລະເຂດກໍ່ຜິດໂຕນກັນຢ່າງຫຼວງຫຼາຍ ເຊັ່ນວ່າ: ສາຍພູຫຼວງ ຍ່ານເຂດໃຕ້ໄດ້ຮັບນ້ຳຝົນ ສະເລ່ຍປີລະ 300 ຊັງຕີແມັດ ຂະນະທີ່ເຂດແຂວງ ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ ໄດ້ຮັບພຽງແຕ່ 100-150 ຊັງຕີແມັດ, ສ່ວນວຽງຈັນ ແລະ ສະຫວັນນະເຂດ ໄດ້ຮັບລະຫວ່າງ 150-200 ຊັງຕີແມັດ ເຊັ່ນດຽວກັບ ຜົ້ງສາລີ, ຫຼວງນ້ຳທາ ແລະ ບໍ່ແກ້ວ.
ຊື່ເດືອນລະດູ
ມັງກອນແລ້ງ
ກຸມພາແລ້ງ
ມີນາແລ້ງ
ເມສາແລ້ງ
ພຶດສະພາຝົນ
ມິຖຸນາຝົນ
ກໍລະກົດຝົນ
ສິງຫາຝົນ
ກັນຍາຝົນ
ຕຸລາຝົນ
ພະຈິກແລ້ງ
ທັນວາແລ້ງ

No comments:

Post a Comment

ລາວ

ປະເທດລາວ     ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທຸງຊາດ ເຄື່ອງໝາຍຊາດ ຄຳຂວັນ : "ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະ...