ຄວາມເປັນຢູ່ແບບລາວ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຫູື ສປປ ລາວ ຕັ້ງຢູ່ທິດຕາເວັນອອກສຽງໃຕ້ຂອງທະວີບອາຊີ, ຢູ່ໃຈກາງຂອງແຫຼມອິນດູຈີນລະຫວ່າງເສັ້ນຂະໜານທີ 14 — 23 ອົງສາເໜືອ ແລະ ເສັ້ນແວງທີ 100-108 ອົງສາ ສປປ ລາວມີເນື້ອທີ່ທັງໝົດ 236.800 ຕາລາງກິໂລແມັດ ເປັນປະເທດທີ່ບໍ່ມີທາງອອກສູ່ທະເລ, ຕັ້ງຢູ່ເຂດບົວໂມງທີ່ 7 ມີຊາຍແດນຕິດກັບ ສາທາລະນະລັດປະຊາຊົນຈີນ (505 ກິໂລແມັດ), ທິດໃຕ້ຕິດກັບລາຊະອານາຈັກກຳປູເຈຍ (535 ກິໂລແມັດ), ທິດຕາເວັນອອກຕິດກັບ ສາທາລະນະລັດສັງຄົມນິຍົມຫວຽດນາມ (2.069 ກິໂລແມັດ), ທິດຕາເວັນຕົກຕິດກັບລາຊະອານາຈັກໄທ (1.835 ກິໂລແມັດ), ແລະ ທິດຕາເວັນຕົກສຽງເໜືອຕິດກັບ ສາທາລະນະລັດແຫ່ງສະຫະພາບມຽນມາ(236 ກິໂລແມັດ), ສ.ປ.ປ.ລາວ ເປັນປະເທດດຽວໃນພາກພື້ນນີ້ທີ່ບໍ່ມີຊາຍແດນຕິດກັບທະເລ.
















ເບິ່ງບົດຄວາມທີ່ວ່າ ປະຫວັດສາດລາວ ແລະ ອານາຈັກລາວລ້ານຊ້າງ

ຍຸກລາຊະອານາຈັກ

ລາຊະການເຈົ້າສຸລິຍະວົງສາ

ປີ ຄ.ສ 1631 ​ເຈົ້າ​ສຸລິຍະ​ວົງສາ ​ໄດ້​ຂຶ້ນຄອງ​ລາດ, ​ໃ​ນໄລຍະ 57 ປີ ຂອງກາ​ນປົກຄອງ​ອານາຈັກ​ລ້າ​ນຊ້າງ ​ແມ່​ນມີ​ຄວາມ​ສະຫງົບ​ຮົ່ມ​ເຢັນ, ຄວາມ​ຂັດ​ແຍ່ງ​ພາຍ​ໃ​ນຖືກ​ຊຳລະ​ສະ​ສາງ, ອິດ​ທິກຳລັງ​ພາຍ​ນອກ​ມີ​ຄວາມເກງ​ຂາມ ບໍ່​ກ້າ​ເຂົ້າ​ມາ​ລ່ວງ​ລ້ຳ ​ແລະ ​ແຊກ​ແຊງ, ປະຊາຊົ​ນໄດ້​ຮັບ​ການ​ແບ່ງ​ດິນເພື່ອ​ທຳ​ມາ​ຫາ​ກິ​ນຢ່າງ​ເປັນ​ທຳ ​ແລະ ຫ້າວຫັນ​ໃນ​ກາ​ນຜະລິດ, ​ເຂົ້າປາອາຫານ, ​ອຸດົມສົມບູນ.
ເຈົ້າ​ສຸລິຍະວົງສາ​ທຳ​ມິ​ກກະລາດ ​ໄດ້​ສັ່ງ​ໃຫ້​ເສນາອາມາດ​ຜູ້​ໃຫຍ່​ພ້ອມ​ນັກປາດ​ອາຈານ​ແກ້​ໄຂ​ປ່ຽນ​ແປງ ​ແລະ ສ້າງ​ກົດໝາຍ​​ເພື່ອເປັ​ນຫຼັກ​ ໃ​ນການ​ປົກ​ຄອງ​ບ້ານ​ເມືອງ ​​ໃຫ້​ມີ​ລະບຽບ​ແບບ​ແຜນ, ບ່າວ​ໄພ່​ລາສະ​ດອນໄດ້​ຮັບ​ຄວາມ​ເປັນ​ທຳ ຜູ້​ລ່ວງ​ລະ​ເມີດ​ກໍ່​ຖືກ​ລົງ​ໂທດ​ໂດຍ​ບໍ່​ເລືອກ​ໜ້າ​ນັບ​ທັງ​ພະລາຊະໂອລົດ​ຂອງ​ພະອົງເອງ ກໍ່​ຖືກ​ສັ່ງ​ປະຫານ​ຊີວິດ​ ຖານ​ໂທດ​ຂົ່ມຂືນ​ ເມຍ​ທະຫາ​ນອົງຄະລັກ​ ຂອງ​ພະອົງ. ໄດ້​ເອົາ​ໃຈ​ໃສ່​ສ້າງ​ວັດວາອາ​ຮາມ, ສົ່ງ​ເສີມ​ການສຶກສາຂະຫຍາຍ​ໂຮງຮຽນ (ເວລາ​ນັ້ນແມ່​ນໂຮງຮຽນ​ວັດ) ສ້າງ​ນັກປາດ​ບັນດິດ, ປະດິດ​ຄິດ​ແຕ່ງ​ວັນນະຄະດີ, ນິທາ​ນພື້ນ​ເມືອງ, ສ້າງ​ຮີດ 12 ຄອງ 14, ​ແປ​ເທບ​ນິຍາຍ​ຈາກ​ພາສາອິນ​ເດຍ ມາ​ເປັ​ນພາສາ​ລາວ.
​ໄດ້​ອອກ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ເຊິ່ງ​ໄດ້​ກຳນົດ​ແຈ້ງວ່າ: ດິ​ນທີ່​ມອບ​ໃຫ້​ເຖິງ 3 ປີ ແລ້ວ ຫາກ​ບໍ່​ມີ​ກາ​ນນຳ​ໃຊ້​ແມ່​ນໃຫ້ຜູ້​ອື່ນ​ສາມາດ​ ມາ​ເອົາ​ໄປ​ນຳ​ໃຊ້​ໄດ້​ ໂດຍ​ເຈົ້າ​ຂອງ​ເກົ່າ​ບໍ່​ມີ​ສິດ​ທວງ​ຖາມ​ເອົາ​ຄືນ​ອີກ. ດ້ວຍ​ເຫດ​ນັ້ນ​ຈິ່ງ​ເຮັດ​ໃຫ້​ປະຊາຊົ​ນມີ​ຄວາມເຊື່ອ​ໝັ້ນ ​ແລະ ດຸ​ໝັ່​ນໃນ​ການ​ຜະລິດ, ປູກ​ຄັ່ງ, ປູກ ​ຍານ​ເປັ​ນສິນຄ້າ.
ໄດ້​ຜູກ​ມິດ​ໄມຕີກັບປະ​ເທດ​ໃກ້​ຄຽງ, ຕິດ​ຕໍ່​ທຳມາຄ້າຂາຍ​ກັບ​ຕ່າງປະ​ເທດ, ວຽງ​ຈັ​ນເວລາ​ນັ້ນ​ໄດ້​ກາຍ​ເປັນ​ສູ​ນກາງ​ກາ​ນຄ້າ ຄັ່ງ ​ແລະ ຍານ ຈົນ​ມີ​ພໍ່ຄ້າ​ ຊາວ​ໂຮ​ນລັງ (Holland) ຊື່ ວັ​ນວຸດ​ສະ​ຕົບ ​​ເຊິ່ງ​ເປັນ​ຊາວ​ຕາ​ເວັນ​ຕົກ​ຄະນະ​ທຳ​ອິດ​ທີ່​ເຂົ້າ​ມາ​ວຽງ​ຈັນ​ໃນ​ປີ 1641 ​ເພື່ອ​ຊື້ ຄັ່ງ ​ແລະ ຍານ. ​ໃນ​ປີ 1642-1647 ມີ​ຄະນະ​ ຂອງ ຄຸ​ນພໍ່ ​ເລີ​​ເລຍ ​ແລະ ມາລີນີ​ ​ເຊິ່ງ​ເປັນ​ຊາວ​ອີ​ຕາ​ລີ ​ໄດ້​ເຂົ້າ​ມາ​ເຖິງ​ວຽງ​ຈັນ, ພວກ​ເພິ່​ນໄດ້​ຍ້ອງຍໍ​ວ່າ​ເມືອງ​ວຽງ​ຈັນ​ສວຍສົດງົດ​ງາມ, ຫໍ​ຜາສາດ​ລາຊະ​ວັງ ສະງ່າ​ ກວ້າງຂວາງ, ປະຊາຊົ​ນລາວ​ເປັ​ນຄົ​ນດີ​ ບໍ່​ເອົາ​ປຽບ​ເອົາ​ລັດ​ກັນ, ຮັກ​ແພງ​ຄົນ​ຕ່າງປະ​ເທດ, ເປັນ​ຄົນ​ຊື່ສັດ ​​ເກັບ​ຂອງ​ ຕົກ​ເຮ່ຍ ​​ໄດ້ກໍ່​ຄືນເຈົ້າ​ຂອງ ​ໂດຍບໍ່​ຮຽກຮ້ອງ​ຄ່າ​ຮັກສາ​ແຕ່​ຢ່າງ​ໃດ. ພວກ​ເພີ່ນ​ຍັງ​ເວົ້າ​ວ່າ ບໍ່​ເຫັນ​ຄົນ​ລາວ​ຜິດ​ຖຽງກັນ ຄົນ​ລາວ​ມີ​ກົດໝາຍ​ພື້ນ​ເມືອງ​ດີ ແລະ ປະຕິບັດ​ເຄັ່ງ​ຄັດ ຜູ້​ໃດ​ທີ່ກະທຳ​ຜິດຜູ້​ໃດ​ໝິ່ນປະໝາດ​ຄົນ​ອື່​ນກໍ່​ລ້ວນ​ແຕ່​ຖືກ​ປັບ​ໃໝ.
ສັງ​ຮວມ​ແລ້ວ​ຕະຫຼອດ​ໄລຍະ 57 ປີ ທີ່​ເຈົ້າ​ສຸລິຍະວົງສາ​ຂຶ້ນຄອງ​ລາດ ອານາຈັກ​ລ້ານ​ຊ້າງ ​ຢູ່​ໃນ​ຄວາມ​ສະຫງົບ​ປາດສະຈາກ​ເສິກ​ ທາງ​ເໜືອເສືອທາງ​ໃຕ້, ປະຊາຊົ​ນມີ​ຄວາມ​ຮົ່ມ​ເຢັນແລະຢູ່ເຢັນເປັນສຸກ, ການ​ສຶກສາ​ໄດ້​ຮັບ​ການ​ພັດທະນາ, ນັກປາດ​ບັນ​ດິດ, ຄຳ​ພີ​ດີກາ, ນິທານ​ພື້ນ​ເມືອງ, ເທບ​ນິຍາຍ, ຮີດຄອງ​ປະ​ເພນີ​ອັ​ນດີງາມ ທີ່​ສືບ​ທອດ​ມາ​ເຖິງ​ປັດຈຸ​ບັ​ນກໍ່​ເກີດ​ຂຶ້ນ​ໃ​ນສະ​ໄໝ​ເຈົ້າ​ສຸລິຍະ​ວົງສາ​ຄອງ​ເມືອງ; ​ເຮັດ​ໃຫ້​ຊາດ​ລາວ​ມີ​ມູນ​ເຊື້ອອັນ​ຈົບງາມ​ທາງ​ ດ້າ​ນຮີດຄອງ​, ປະເພນີ, ວັດທະນະທຳ, ​ເປັ​ນໄລຍະ​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມດ້າ​ນວັດທະນະທຳ​ທີ່​ໂດດ​ເດັ່​ນທີ່​ສຸດ.
ເຈົ້າ​ສຸລິຍະ​ວົງສາ ​ໄດ້​ສິ້ນພະ​ຊົນ​ຊີບໃນ​ປີ 1695 ພາຍຫຼັງ​ຄອງ​ເມືອງ​ມາ​ໄດ້ 57 ປີ ລວມ ອາຍຸ​ໄດ້ 82 ປີ. ພາຍຫຼັງ​ເຈົ້າ​ສຸລິຍະ​ວົງສາ​ສິ້ນພະ​ຊົນຊີບ, ອານາຈັກ​ລ້າ​ນຊ້າງ​ໄດ້​ຕົກ​ເຂົ້າ​ສູ່​ວິ​ກິດ​ກາ​ນອັນ​ຮ້າຍ​ແຮງ​ອີກ​ເທື່ອ​ນຶ່ງ ​ເຊິ່ງກົກສາຍປາຍ​ເຫດ​ ແມ່ນຍ້ອນຜູ້​ຂຶ້ນປົກຄອງສ້າງບ້ານແປງ​ເມືອງ​ບໍ່​ແມ່ນເລືອດເນື້ອ​ເຊື້ອໄຂກະສັດ, ພຽງ​ແຕ່​ໄລຍະ 36 ປີ (1698—1734) ມີ​ການ​ອະພິ​ເສກ​ສາມັ​ນຊົນຂຶ້​ນເປັນ​ເຈົ້າ​ຊີວິດ​ເຖິງ 4 ອົງ ໝາຍ​ຄວາມ​ວ່າ 9 ປີ​ໃດ ປ່ຽນ​ຖ່າຍ​ເຈົ້າ​ຊີວິດ​ເທື່ອ​ນຶ່ງ ​ເຊິ່ງຜິດ​ກັບ​ກົດ​ມົນທຽນ​ ຂອງ​ສັກ​ດີນາ ສຳລັບ​ການ​ປົກຄອງ​ໃນ​ສະ​ໄໝ​ບູຮານ​ເພາະວ່າຕາມ​ກົດ​ມົນທຽນຂອງ​ສັກ​ດີ​ນາ​ ນັ້ນແມ່ນປະຕິບັດ ​ຕາມ​ລະບອບ​ລາຊະ​ທາຍາດ (ບິດາ ຕາ​ຍບຸດຂຶ້ນ​ແທນ) ແຕ່​ອານາຈັກ​ລ້າ​ນຊ້າງ​ມີ​ໄລຍະ​ນຶ່ງຂາດ​ຜູ້​ສືບ​ແທ​ນເຮັດ​ໃຫ້ ພວກ​ຂຸນນ​າງ​ທີ່​ບໍ່​ແມ່ນ​ເຊື້ອກະສັດ​ ຈິ່ງ​ຍາດ​ກັ​ນຂຶ້ນ​ເປັນ​ເຈົ້າ​ແຜ່​ນດິນ. ສະ​ນັ້ນຈິ່ງ​ເກີດ​ການ​ໂຄ່ນ​ລົ້ມ​ກັນ ຫຼື ກໍ່​ການ​ກະບົດ ຫຼື ​ແຍກ​ຕົວ​ເປັນ​ອິດສະຫຼະ ອັນ​ເປັ​ນເຫດ​ໃຫ້​ອາ​ນາຈັກລ້ານຊ້າງ​ ຖືກ​ແບ່ງ​ອອກ​ເປັນ​ສາມອານາຈັກ​ ຄື : ອານາຈັກ​ລ້ານ​ຊ້າງ​ວຽງ​ຈັນ, ອານາຈັກຫຼວງ​ພະ​ບາງ ​ແລະ ອານາຈັກ​ຈຳປາ​ສັກ.

​ລາຊະການ​ເຈົ້າ​ອານຸວົງ

ເມື່ອ​ບ້າ​ນເມືອງ​ສູນເສຍ​ເອກກະລາດ ​ປະຊາຊົນ​ຕົກ​ເປັນ​ຂ້ອຍ​ຂ້າ​ມ້າ​ໃຊ້​ຂອງ​ຕ່າງ​ຊາດ (ສະຫຍາມ) ​ເຮັດ​ໃຫ້​ເຈົ້າ​ອະນຸວົງ ​ເກີດ​ຄວາມ​ຮູ້ສຶກ​ຢາກ​ກູ້​ຊາດຍາດແຜ່ນດິນກັບຄືນມາ ກູ້​ເອົາ​ອິດສະຫຼະພາບ​ຂອງ​ຊາວ​​ລ້າ​ນຊ້າງ​ວຽງຈັນກັບຄືນ​ມາ. ​ເພື່ອ​ກະກຽ​ມໃຫ້​ແກ່​ການ​ລຸກຂຶ້ນກູ້​ຊາດ​ຍາດແຜ່ນດິນ​ຄື​ນມາ, ພາຍຫຼັງ​ໄດ້​ຖືກ​ແຕ່ງ​ຕັ້ງ ຈາກ​ສະຫຍາມ​ໃຫ້​ເປັ​ນກະສັດ​ລ້າ​ນຊ້າງ​ວຽງ​ຈັນ, ​ເຈົ້າ​ອານຸວົງ​ ກໍ່ໄດ້​ດຳ​ເນີນ​ພາລະກິດ​ອັນສຳຄັນ​ຫຼາຍ​ປະການ​ ເຊັ່ນ:
​ດ້າ​ນການ​ເມືອງ: ​ໄດ້​ຕິດຕາມ​ຂະ​ບວນກາ​ນຕໍ່​ສູ້​ຂອງ​ປະຊາຊົນ​ຢູ່​ໃນ​ແຕ່ລະ​ທ້ອງ​ຖິ່ນ ຄື : ຢູ່​ຈຳປາ​ສັກ ພາຍ​ໃຕ້​ກາ​ນນຳພາ​ຂອງ​ອ້າຍ​ຊຽງ​ແກ້ວ ຢູ່​ເມືອງ​ໂຂງ; ການ​ຕໍ່​ສູ້​ ຂອງ​ເຈົ້າ​ໂອ, ເຈົ້າ​ອິນ ຢູ່​ອັດ​ຕະປື; ສ່ວນຢູ່​ພາກ​ເໜືອ ພາກ​ກາງ ກໍ່​ມີ​ຂະ​ບວນຂອງ​ປະຊາຊົນ​ທີ່​ບໍ່ພໍ​ໃຈ​ກັບ​ສັກ​ດີ​ນາ​ທ້ອງ​ຖິ່ນ ​ໄດ້​ລຸກຂຶ້ນ​ແບບ​ກະ​ແຈກ​ກະຈາຍ; ຢູ່​ນະຄອນ​ພະນົມ​ກໍ່​ປ່າວປະກາດ​ແຍກ​ຕົວ​ບໍ່​ຂຶ້ນກັບ​ບາງກອກ; ​ໄດ້​ປັບປຸງ​ການ​ປົກຄອງ​ໃນ 79 ຫົວ​ເມືອງ ທີ່​ຂຶ້ນກັບ, ​ໄດ້​ໄປ​ພົບ​ກັບ​ເຈົ້າ​ເມືອງ​ທີ່​ເຂົ້າ​ໃຈ​ກັນດີຢູ່​ນະຄອ​ນພະນົມ, ມຸກດາ​ຫານ, ​ໄດ້​ແຕ່ງ​ໃຫ້​​ເຈົ້າລາຊະບຸດ​ໂຍ້ ​ໄປ​ເປັນ​ຜູ້​ປົກຄອງ​ຈຳປາ​ສັກ, ​ໄດ້​ນຳ​​ເອົາເຮືອ​ຄຳ, ນຳ​ເອົາຊ້າງ 7 ສອກ ​ແລະ ຂອງຂວັ​ນອື່ນ ໆ​ ໄປ​ມອບ​ຖວາຍ ​ແດ່ເຈົ້າ​ມັ​ນທາຕຸ​ລາດ ອານາຈັກ​ລ້ານຊ້າງ​ຫຼວງ​ພະ​ບາງ ​ເພື່ອ​ໃຫ້​ຫຼົງ​ລືມຄວາມ​ເກົ່າ​ຄວາມ​ຫຼັງ​ເພື່ອ​ພ້ອມ​ກັນ​ຕໍ່​ສູ້ ຍາດເອົາ​ແຜ່ນດິ​ນຄືນ​ມາ.
ດ້າ​ນການ​ສ້າງສາ: ​ເຈົ້າ​ອານຸວົງ​ ໄດ້​ນຳພາ​ປະຊາຊົນສ້າງ​ລາຊະ​ວັງ, ສ້າງແລະປະຕິສັງຂອນ​ວັດວາອາ​ຮາມ​ຂຶ້ນຫຼາຍ​ແຫ່ງ​ຄື: ວັດ​ສີສະ​​ເກດ, ປັບປຸງ​ເມືອງ​ໜອງ​ຄາຍ, ສ້າງຫໍພະແກ້ວ​ຂຶ້ນຢູ່​ວັດ​ຊ້າງ​ເຜືອກ ສີ​ຊຽງ​ໃໝ່, ລົງ​ໄປ​ສະຫຼອງ​ຂົວ ​ແລະ ເຂົ້າ​ຮ່ວມ​ງາ​ນນະມັດສະການ​ທາດ​ພະນົມ, ສ້າງ​ຂົວ​ຂ້າມແມ່ນ້ຳຂອງ​​ມາ​ສູ່​ວັດ​ອຸບ​ມຸງ.
ດ້ານ​ການ​ທະຫານ: ​ໄດ້​ປັບປຸງ​ກອງທັບ​ບັນດາ​ຫົວ​ເມືອງ​ໃຫ້​ເຂັ້ມ​ແຂງ.
ດ້ານການ​ຕ່າງປະ​ເທດ: ​ເຈົ້າ​ອານຸວົງ​ ພະຍາຍາມ​ໃກ້ຊິດ ​ກັບ​ກະສັດສະຫຍາມ ​ແລະ ​ໄດ້​ຊ່ວຍ​ສະຫຍາມ​ຍົກ​ທັບ​ໄປ​ຕີ​ພະມ້າ​ ຈົນ​ໄດ້​ຮັບ​​ໄຊຊະນະ ໃ​ນຂະນະ​ທີ່​ກອງທັບ​ສະຫຍາມ​ ໄດ້​ກັບ​ມາ​ດ້ວຍ​ມື​ເປົ່າ ​ແລະ​ ເສຍ​ໄຊ​ແກ່​ພະມ້າ ​ເຊິ່ງ​ໄດ້​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັບ​ສະຫຍາມ. ເຈົ້າ​ອານຸວົງ ​ມີ​ນະ​ໂຍບາຍພາຍ​ໃນ ​ແລະ ພາຍນ​ອກ​ຢ່າງ​ຈະ​ແຈ້ງ; ​ໃນນັ້ນ ​ມີ​ກາ​ນພົວພັນກັບ​ອານາ​ມ (ດ້າຍ​ຫວຽດ ຫຼື ຫວຽດນາມ​ໃນປະຈຸ​ບັນ).
​ເມື່ອກະກຽມ​ກຳລັງ​ພຽງພໍ​ແລ້ວ​ກໍ່​ໄດ້ ​ໂອກາດ​ລົງ​ໄປ​ປົງ​ພະສົບຂອງພະບາດສົມເດັດ​ພະພຸດທະ​ເລີດ​ຫຼ້າ​ນະພາ​ໄລ (ລາຊະການ ​ທີ 2) ຂອງສະຫຍາມ​. ໃນໂອກາດນີ້ ເຈົ້າ​ອານຸວົງ​ໄດ້​ຂໍ​ເອົາ​ຄົນ​ລາວ​ທີ່​ຖືກ​ກວາດ​ຕ້ອນ ໄປ​ໃນ​ເມື່ອ​ກ່ອນກັບ​ຄືນ, ຂໍ​ເອົາ​ນາງ​ສະໜົມ​ລາວ, ຂໍ​​ເອົາເຈົ້າ​ຍິງ​ດວງ​ຄຳ ພະຂະນິດຖະພະຄິນີອອກ​ຈາກ​ວັງ​ຄືນ​ມາ. ​ແຕ່​ບໍ່​ເປັນຈັ່ງ​ບຸນ ເພາະ​ອົງຜູ້​ຂຶ້ນຄອງ​ລາດ​ແທນ ​ພະບາດສົມເດັດພະພຸດທະ​ເລີດ​ຫຼ້ານ​ະພາ​ໄລ ນັ້ນ ​ບໍ່​ແມ່ນ​ອົງຜູ້​ສືບ​ທອດ​ຕາມ​ແຜນ ​ເພາະ​ຊົງຖືກ​ໄປ​ຜະໜວດ​ຍ້ອ​ນ ກາ​ນຊ່ວງ​ຊີງ​ອຳນາດ​ກັນໃນວັງ. ຜູ້​ທີ່ກຳ​ອຳນາດ​ພັດແມ່ນຜູ້​ທີ່​ຂັດ​ໃຈ​ກັບ​ເຈົ້າ​ອານຸວົງ​ມາ​ຕະຫຼອດ ສະ​ນັ້ນ ຈິ່ງ​ບໍ່​ຍອມ​ໃຫ້​ເຈົ້າ​ອານຸວົງ​ໄດ້​ຈັກຢ່າງ. ຄວາມຄຽດ​​ແຄ້ນຂອງ​ເຈົ້າ​ອານຸວົງ​ ທີ່​ມີ​ຕໍ່​ສະຫຍາມ​ນັບ​ມື້​ເພີ່ມ​ທະວີ​ຂຶ້ນ. ດັ່ງນັ້ນ ເຈົ້າ​ອານຸວົງ​ ຈິ່ງ​ໄດ້​ຊົງຕັດສິນ​ໃຈ​ລຸກຂຶ້ນຕໍ່​ສູ້​ເພື່ອ​ອິດສະຫຼະພາບ ​ແຕ່​ຍ້ອ​ນການກະກຽມ​ ແລະ ການສ້າງ​ກຳລັງ​ບໍ່​ທັນ​ດີ, ພາຍ​ໃນ​ບໍ່​ທັນ​ເຂັ້ມ​ແຂງ, ການຊັ່ງຊາ​ກຳລັງ​ກໍ່​ຜິດ​ໂຕ​ນກັນຫຼາຍ, ຝ່າຍ​ລາວ​ມີ​ທະຫານພຽງ​ແຕ່ 7 ໝື່ນຄົນ ​ພາຫະນະເສິກ​ສົງ​ຄາມ​ກໍ່​ຫຼ້າ​ສະ​ໄໝ ມີ​ແຕ່​ຫອກ​ແຕ່​ດາບ, ​ໃຊ້​ຊ້າງ​, ​ໃຊ້​ມ້າ ​ແລະ ງົວ​ກວຽນ. ກົງກັນ ຂ້າມ​ຝ່າຍ​ສະຫຍາມ​ມີ​ທະຫານ 1 ​ແສນ 7 ໝື່​ນຄົນ, ມີ​ອາວຸດ​ທັ​ນສະ​ໄໝ: (ປືນໃຫຍ່, ປືນ ​ເຫຼັກ​ຍາວ) ມີ​ລົດ​ລາກ​ແກ່​ຈຳນວນນຶ່ງ. ສະນັ້ນ, ຈິ່ງ​ພາ​ໃຫ້ການຕໍ່​ສູ້​ຂອງ​ເຈົ້າອານຸວົງ​ ບໍ່​ເປັນ​ຜົນສຳ​ເລັດ, ນະຄອນວຽງ​ຈັນ ​ກໍ່​ຖືກ​ກອງ​ທະຫານສະຫຍາມ​ມາ​ຍຶດ​ເອົາ ແລະ ທຳລາຍ​ທຸກສິ່ງ​ທຸກ​ຢ່າງ​ບໍ່​ໃຫ້​ເຫຼືອຫຍັງ, ​ເຈົ້າ​ອານຸວົງ​ກໍ່​ຖືກ​ຈັບໃສ່ກົງເຫຼັກ​ໄປ​ທໍລະມານ​ຢ່າງ​ປ່າ​ເຖື່ອນ​ຢູ່​ບາງກອກ ແລະ ຊົງສຸລະຄົດ​ຢູ່​ທີ່ນັ້ນ. ສຳລັບ​ຜູ້​ທີ່ເປັນ ​ເລືອດເນື້ອເຊື້ອໄຂ​ເຈົ້າ​ວຽງ​ຈັ​ນ ທັງ​ໝົດ​ກໍ່​ຖືກ​ດັບສູນ ດ້ວຍຮູບ​ການທໍລະມານຮ່າງກາຍ ຫຼື ຂ້າ​ຖິ້ມ. ສ່ວນບຸກຄົນທີ່ຮອງ​ລົງ​ມາ​ກໍ່​ຖືກ​ເຮັດ​ໃຫ້​ເສຍກຽດ​ເສຍ​ສັກ​ສີ, ສຳລັບ​ປະຊາຊົນກໍ່​ຖືກ​ກວາດ​ຕ້ອນລົງ​ໄປ​ບາງກອກ​ ​ແລະ ຖືກ​​ໃຊ້​ງານ​ຢ່າງ​ໜັກ​ ໃນ​ຖານະເປັນສະ​ເລີຍ​ເສິກ, ​ເປັນຂ້ອຍ​ຂ້າ​ມ້າ​​ໃຊ້​ໃຫ້​ ພວກ​ຂຸນນ​າງ​ສັກ​ດີ​ນາສະຫຍາມ.
ສຳລັບ​ຕົວ​ເມືອງ​ວຽງ​ຈັນກໍ່​ຖືກຂຸນເສິກ​ສະຫຍາມ ​ສັ່ງ​ໃຫ້​ກອງ​ທະຫານ ​ຕັດ​ກົກ​ໄມ້​ທັງ​ໝົດ ແລະ ຈູດ​ເຜົາ​ທຳລາຍ, ປຸ້ນ​ເອົາ​ຊັບ​ສົມບັດ​ຂອງ​ປະຊາຊົ​ນແບບໂຈນ 500 ​ໂດຍ​ເຈຕະນາ​​ເຮັດໃຫ້​ວຽງ​ຈັນ ​ເປັນເມືອງ​ຮ້າງ​ບໍ່​ສາມາດ​ຢູ່​ໄດ້ ບໍ່​ໃຫ້​ຟື້ນຟູ​ເປັນຕົວ​ເມືອງ​ໄດ້​ອີກ. ອານາຈັກ​ລ້າ​ນຊ້າງ​ວຽງ​ຈັນ ​ໄດ້​ຖືກຫຼຸດ​ຖານະ​ຈາກ​ເປັ​ນ ອານາຈັກໜຶ່ງ​ລົງ​ມາ​ເປັນ​ແຄວ້​ນໜຶ່ງ​ຂອງ​ສະຫຍາມ​​ໂດຍມີ​ສຳນັກງານ ​ຕັ້ງ​ຢູ່​ໜອງ​ຄາຍ ຕໍ່​ມາ​ກໍ່​ໄປ​ຕັ້ງ​ຢູ່ ​ອຸດອນທານີ, ວຽງ​ຈັນທີ່​ເຄີຍສວຍສົດງົດງາມ​ກໍກັບກາຍ​ເປັນເມືອງ​ຮ້າງ 60 ກວ່າ​ປີ.
ເຖິງ​ວ່າກາ​ນຕໍ່​ສູ້​ກູ້​ແຜ່ນດິນ​ຄືນ​ຂອງ ​ເຈົ້າ​ອານຸວົງ ​ບໍ່​ເປັນຜົນສຳ​ເລັດ​ກໍ່ຕາມ ​ແຕ່​ມັ​ນກໍ່​ມີ​ຄວາມ​ໝາຍປະຫວັດສາດ ອັ​ນເລິກ​ເຊິ່ງຊຶ່ງ​ສະ​ແດງ​ໃຫ້​ເຫັນເຖິງ​ມູ​ນເຊື້ອຕໍ່​ສູ້​ອັນ ເດັດດ່ຽວ​ກ້າຫານ ​ບໍ່​ຍອມ​ຈຳນົນຂອງ​ຄົ​ນລາວ​ ໃຕ້​ກາ​ນນຳພາ​ຂອງ​ເຈົ້າ​ອານຸວົງ, ມູນ​ເຊື້ອ ດັ່ງກ່າວ ຖືກຝັງ​ເລິກ​ຢູ່​ໃນ​ຈິດ​ໃຈ​ຂອງ​ຄົ​ນລາວ​ທຸກ​ຄົນ ​ບໍ່​ວ່າຈະ​ເປັນ​ຄົ​ນເຊື້ອຊາດ​ລາວ​ຢູ່​ຝັ່ງ​ຊ້າຍ, ກໍ​ຄືຝັ່ງ​ຂວາ​ຂອງ​ແມ່ນ້ຳຂອງ​​ຕ່າງ​ກໍ່​ຈົດ​ຈຳ​ມູນເຊື້ອດັ່ງກ່າວໄວ້​ຕະຫຼອດ​ມາ ​ແລະ​ ໄດ້​ສືບຕໍ່​ກາ​ນຕໍ່​ສູ້​ໃນຮູບ​ການໃໝ່ເປັ​ນຕົ້ນ ແມ່​ນຊາວ​ອີສານຂອງ​ໄທ ​ໄດ້​ພາກັນແຕ່ງ​ກາບ​ກອນ, ວັນນະຄະດີ, ສ້າງເປັ​ນໜັງສື​ອິນຕົກ ​ເພື່ອຄັດຄ້າ​ນຕ້ານຢັ​ນການສັກ​ລາຍ ​​ເອົາ​ຄົນລາວ​ອີສານເປັນສັນຊາດ​ໄທ; ​ເປັນຄຳປິດສະໜາ ​ແລະ ມີ​ຄຳ​ເວົ້າ​ທີ່​ວ່າ: “ໝາກ​ຟັກ, ໝາກອຶ ຢູ່ດີໆ​ຈະ​ກາຍ​ເປັນຊ້າງ​ເປັນ​ມ້າ​ໄດ້​ແນວ​ໃດ, ຄວາຍ​ເຖິກຄວາຍ​ດ່ອນ ​ແລະ ໝູ​ດ່ອນ ​ຢູ່ດີໆ​ຈະ​ກາຍ​ເປັນຍັກ​ກິນຄົນໄດ້​ແນວ​ໃດ, ຄົ​ນລາວ​ ຢູ່ດີໆ​ຈະ​ກາຍ​ເປັນໄທ​ໄດ້​ແນວ​ໃດ”, ນອກນັ້ນ ​ກໍ​ມີ​ຈົດໝາຍ “ສານລືບ​ພະ​ສູນ” ແລະ ອື່ນໆ... ຂະບວນການຕໍ່​ສູ້​ຕ້ານສະຫຍາມ ​ເພື່ອ​ກູ້​ແຜ່ນດິ​ນຄືນຂອງ ເຈົ້າ​ອານຸວົງ ​ໄດ້​ເຮັດໃຫ້​ລັດທິ​ຮັກ​ຊາດ​ອັນດູດ​ດື່ມ​ເຂັ້ມ​ຂຸ້ນຂຶ້ນ, ຊື່​ສຽງ​ຂອງນັກ​ຮົບວິລະ​ຊົນ​ທີ່​​ເຂົ້າຮ່ວມ​ການ​ຕໍ່​ສູ້​ຄັ້ງນັ້ນ​ເຊັ່ນ: ເຈົ້າ​ສຸ​ກກະສານ​, ເຈົ້າ​ລາຊະວົງ, ເຈົ້າ​ລາຊະບຸດ, ພະຍາ​ນາ​ລີ, ພະຍາ​ໄກ​ສົງຄາມ ​ແລະ ຜູ້​ອື່ນ ໆ ໄດ້​ຖືກຈົດ​ບັນທຶກ​ໄວ້ໃນປຶ້ມຄຳ​ປະຫວັດສາດ ເຊິ່ງຄົນລາວ ​ບໍ່ຫຼົງລືມ​ໄດ້​. ສັງ​ຮວມ​ແລ້ວ ​ໄລຍະລາວ​ ຕົກ​ເປັ​ນເມືອງ​ສ່ວຍ ​ແລະ ເມືອງ​ຂຶ້ນຂອງ​ສະຫຍາມຮ້ອຍ​ກວ່າ​ປີ, ​ເປັນໄລຍະທີ່​ນະຄອນວຽງ​ຈັນ ​ຫງ່ວມ​ເຫງົາເສົ້າໝອງ ​ແລະ ສູນເສຍນ້ຳຕາ ບ້າ​ນເມືອງ​ອັນ​ສວຍສົດງົດ​ງາມຮຸ່ງເຮືອງເຫຼືອງເຫຼື້ອມ​ທີ່​ບັນພະ​ບູລຸດ​ເຮົາ​ສ້າງ​ໄວ້​ເກືອບ 500 ປີ​ກ່ອນນັ້ນ ​ເກືອບຈະ​ບໍ່​ຍັງ​ເຫຼືອ​ແມ່​ນແຕ່ຮ່ອງຮອຍ. ຄວາມ​​ໂຫດຮ້າຍ ​ປ່າ​ເຖື່ອນໃນ​ກາ​ນທຳລາຍ​ລ້າງຜາ​ນຂອງ​ສະຫຍາມ​ທີ່​ມີ​ຕໍ່​ລາວເວລາ​​ໃດ​ກໍ່​ຍັງ​ຝັງ​ເລິກ​ຢູ່​ໃນ ດວງຈິດດວງ​ໃຈ​ຂອງ​ຄົນລາວ​ຕະຫຼອດ​ມາ.
ພາຍຫຼັງ​ ເຈົ້າ​ອະນຸວົງ ​ ຖືກ​ປະຫານຊີວິດ​ດ້ວຍ​ການທໍລະມານຮ່າງກາຍ​ອັນປ່າ​ເຖື່ອນ​ແລ້ວ​ ກໍ່​ຍັງເກີດ​ມີ​ຂະ​ບວນການຕ້ານ​ສະຫຍາມ​ເຊັ່ນ: “​ເສິກ​ສາມ​ໂບກ (ນ້ຳ​ພອງ ຈັງຫວັດຂອນແກ່ນ) 1893”, ຂະ​ບວນການຕໍ່​ສູ້​ຂອງເຈົ້າຟ້າ​ຂາວ ຍາດພີ່ນ້ອງ​ຂອງ ​ເຈົ້າ​ລາຊະ​ດາ​ ໃນເຈົ້າ​ເມືອງ​ຈຳປາ​ສັກ, ພະຍາອຸທຸມພອນ ​ເຈົ້າ​ເມືອງ​ອຸທຸມພອນ, ພະຍາ​ສ້າງ​ດີ ​ເຈົ້າ​ເມືອງ​ອັດ​ຕະປື ແລະ ຂະ​ບວນການ ​ຕໍ່​ສູ້​ອື່ນໆ ທີ່ໄດ້​ປະ​ຮ່ອງຮອຍ​ແຫ່ງ​ການ​ຕໍ່​ສູ້​ໄວ້​ ເຊິ່ງມູ​ນເຊື້ອຕໍ່​ສູ້ນັ້ນ ​ໄດ້​ລຸກ​ເປັນໄຟ​ໃນສະໄໝ​ຝຣັ່ງ​ມາ​ປົກຄອງ.

ສະໄໝຕົກເປັນຫົວເມືອງຂຶ້ນ ປະກາດເອກະລາດ ແລະ ສົງຄາມກາງເມືອງ

ໄລຍະ 60 ປີ ທີ່​ລາວ​ເປັນ​ເມືອງ​ຂຶ້ນຝຣັ່ງ
ພາຍຫຼັງ​ໄດ້​ຍຶດ​ເອົາ 12 ຈຸ​ໄທ, ອານາ​ມ, ​ໂກ​ແຊງ​ຊິນ ​ແລະ ກຳປູ​ເຈຍ​ ໄດ້​ແລ້ວ ​ຝຣັ່ງ​ກໍ່​ໄດ້​ມາ​ຍຶດ​ເອົາ​ລາວ ​ໃນ​ປີ 1893 ​ໂດຍ​ໄລ່​ສະຫຍາມ​ອອກຈາກ​ລາວ, ​ເຊັນ​ສັນຍາ​ແບ່ງ​​ເຂດ​ປົກຄອງ​ ລະຫວ່າງ​ ຝຣັ່ງ ​ແລະ ສະຫຍາມ ​ໂດຍ​ໃຫ້​ດິນ​ແດນ​ຝັ່ງ​ຊ້າຍ​ ຂອງ​ແມ່ນ້ຳຂອງ​​ ເປັນ​ຂອງ​ຝຣັ່ງ ​ແລະ ຝັງ​ຂວາ ​ເປັນຂອງ​ສະຫຍາມ​ ໃນວັນທີ 3/10/1893, ເຮັດ​ໃຫ້​ດິນ​ແດ​ນຂອງ​ລາວ​ຫຼາຍ​ກວ່າ​ເຄິ່ງນຶ່ງຖືກ​ສູນ​ເສຍ​ ​ແລະ ຕົກເປັນ​ຂອງ​ສະຫຍາມ ​ອັນ​ສ້າງ​ຄວາມ​ເຈັບ​ປວດ​ ໃຫ້​ກັບປະຊາຊົນ​ລາວຢ່າງບໍ່​ມີ​ວັນ​ລືມ.
ພາຍຫຼັງ​ໄດ້​ ເຊັນ​ສັນຍາ ​ແບ່ງ​ເຂດ​ແດນ​ກັບສະຫຍາມ​ແລ້ວ ຝຣັ່ງກໍ່​ຈັດ​ລະບຽບ​ການ​ປົກຄອງ​ຂຶ້ນຢູ່​ລາວ ຕາມ​ແບບ​ສະບັບ​ຂອງ​ສະຫຍາມ​ໂດຍ​ ແບ່ງ​ເປັນ 10 ​ແຂວງ ​​ແລະ ​ຖື​ເອົາ​ວຽງ​ຈັນ​ ເປັນ​ທີ່​ຕັ້ງຂອງ​ສຳນັກງານ​ ສຳລັບ​ຂ້າ​ຫຼວງ​ໃຫຍ່​ປະຈຳ​ລາວ, ​ເອົາ​ຄົນ​ຝຣັ່ງ​ເປັນ​ເຈົ້າ​ແຂວງ ສ່ວນ​ເຈົ້າ​ເມືອງ ຕາ​ແສງ ​ແລະ ນາຍບ້າ​ນນັ້ນປະ​ໃຫ້​ຄົ​ນລາວ​ ເປັ​ນເອງ​ເພື່ອ​ເກັບ​ສ່ວຍ​ຈາກປະຊາຊົນ, ​ເກ​​ນເອົາຄົນ​ໄປ​ອອກ​ແຮງ​ງານ​ ໂດຍ​ວາງ​ລະບຽບ​ການ​ອອກ​ຄື: ຜູ້​ຊາຍ​ອາຍຸ 18 ປີ​ ຂຶ້ນ​ໄປ​ຕ້ອງ​ໄດ້​​ເສຍສ່ວຍ​​ໄຖ່​ການ​ໄປ​ເຮັດ​ວຽກ 15 ວັ​ນ ໃນ 1 ປີ ​ໂດຍບໍ່​ມີຄ່າ​ຕອບ​ແທນ​ແຮງ​ງານ​ແຕ່​ຢ່າງ​ໃດ, ພວກ​ເຂົາ​ໄດ້​ຕັດ​ເອົາ​ໄມ້​ເນື້ອດີ, ຂຸດ​ເອົາ​ແຮ່​ທາດ ຈຳນວນ​ໜຶ່ງ​ກັບ​ຄື​ນເມືອ​ສ້າງ​ຄວາມ​ຮັ່ງມີ​ໃຫ້​ປະ​ເທດ​ແມ່, ສ້າງ​ໂຮງຮຽ​ນຈຳນວນ​ໜຶ່ງ​ເພື່ອ​ລູກ​ຫຼານ​ຂອງ​ເຂົາ ​ແລະ ລູກ​ຫຼານ​ຂອງ​ຄົ​ນລາວ​ທີ່​ເຮັດ​ກາ​ນນຳ​ຝຣັ່ງ, ​ສ້າງໂຮງໝໍ​ ໃ​ນເມືອງ​ຈຳນວນໜຶ່ງ ​ເພື່ອ​ປິ່ນປົວ​ເຂົາ​ເອງ ​ແລະ ສ້າງ​ຖະ​ໜົນ ຫົນທາງ​ຈຳນວ​ນໜຶ່ງ ​ໂດຍ​ເກນ​ເອົາ​ແຮງ​ງາ​ນຂອງ​ປະຊາຊົນ ​ໄປ​ເຮັດ​ເພື່ອ​​ຂົນ​ສົ່ງ​ສິນຄ້າ​​ສຳລັບ​ພວກ​ເຂົາ. ຢູ່​ໃຕ້​ແອກ​ປົກຄອງ​ຂອງຝຣັ່ງ ​ໄດ້​ເກີດ​ມີ​ໄພພິບັດ​ໃຫຍ່ 4 ປະການທີ່​ຂົ່ມ​ຂູ່​ຊີວິດ​ຂອງ​ຄົ​ນລາວ​ເຊັ່ນ: ​ໄພ​ແຫ່ງ​ຄວາ​ມອຶດ​ຫິວ, ​ໄພ​ແຫ່ງ​ຄວາມ​ກືກ​ໜັງສື, ​ໄພ​ແຫ່ງ​ໂລກລະບາດ​ບໍ່​ມີ​ຢຸກຢາ​ປິ່ນປົວ ​ແລະ ​ໄພ​ແຫ່ງ​ຄວາມ​​ໂງ່​ຈ້າ​ຫຼ້າຫຼັງ ​ແລະ ຄວາມ​ຕ່ຳ​ຕ້ອຍສູນ​ເສຍ​ອິດສະຫຼະພາບ ​ແຫ່ງ​ຄວາມ​ເປັນ​ຄົນຍ້ອນ​ປະ​ເທດ​ຊາດ​ສູນ​ເສຍ​ເອກະລາດ.
ຕໍ່ໜ້າ​ສະພາບ​ການ​ດັ່ງກ່າວ​ ໂດຍ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ແຫ່ງ​ ການຕໍ່​ສູ້​ໃ​ນການ​ສ້າງ​ຊາດ ​ແລະ ປົກ​ປັກ​ຮັກສາ​ຊາດ ຂອງ​ບັນດາ​ ບັນພະ​ບູລຸດຕົນເປັນ​ຕົ້ນ ແມ່​ນກາ​ນນຳພາ​ຕໍ່​ສູ້​ບໍ່​ຍອມ​ຈຳນົນ​ຂອງ​ເຈົ້າ​ອານຸວົງ ​ແລະ ​ເຈົ້າ​ລາຊະວົງ ທີ່​ໄດ້​ຕໍ່​ສູ້ ກັບ​ສັດຕູ​ຈົນ​ເຖິງ​ຢາດ​ເລືອດ ຢາດ​ສຸດ​ທ້າຍນັ້ນ ປະຊາຊົນ​ລາວ​ ບັນດາ​ເຜົ່າໄດ້​ຕໍ່​ສູ້​ ກັບ​ລັດທິ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ ດ້ວຍ​ຫຼາຍ​ຮູບ​ການ ນັບ​ແຕ່​ຫຼົບຫຼີກ ​ບໍ່​ໄປ​ເຮັດ​ການ 15 ວັນ, ຫຼົບ​ຫຼີກ​ບໍ່​ເສຍ​ສ່ວຍ​ໄຖ່​ການ ຫຼື ​ໄປ​ເຮັດ​ການ ກໍ​ເຮັດ​ແບບ​​ແປະໆ​ບາງໆ ຫຼື ມ້າງ​ເຄື່ອງ​ຈັກ​ເຄື່ອງ​ລານ. ຈາກ​ຮູບ​ກາ​ນຕໍ່​ສູ້​ເຫຼົ່າ​ນີ້ກໍ່​​ເກີດມີ​ ການ​ຕໍ່​ສູ້​ເປັນ​ກຸ່ມ ​ກ້ອນ​ຈົ​ນເກີດ​ມີ​ຂະ​ບວນການ​ໃຫຍ່​ເຊັ່ນ: ກາ​ນຕໍ່​ສູ້​ຂອງ​ປະຊາຊົນ​ຊາວ​ສະຫວັນນ​ະ​ເຂດ ພາຍ​ໃຕ້​ກາ​ນຳພາ​ຂອງ​ ພໍ່​ກະ​ດວດ, ຂະ​ບວນການ​ຕໍ່​ສູ້​ຂອງ​ເຜົ່າ​ມົ້ງ ຢູ່​ແຂວງ​ຫົວພັນ ​ແລະ ​ແຂວງ​ຊຽງ​ຂວາງ ​ນຳໂດຍ ​ເຈົ້າຟ້າ​ປັດ​ໄຈ​, ຂະ​ບວນການ​ຕໍ່​ສູ້​ຂອງ​ເຜົ່າ​ລື້ ນຳໂດຍ​ ເຈົ້າຟ້າ​ເມືອງ​ສິງ ແລະ ຂະ​ບວນການ​ຕໍ່​ສູ້​ຂອງ​ຊົນ​ເຜົ່າ​ລາວ​ເທິງ ຢູ່​ພາກ​ໃຕ້ ນຳໂດຍ​ ອົງ​ແກ້ວ-ອົງ​ກົມມະ​ດຳ​.
ພາຍຫຼັງ​ມີ​ພັກ​ກອມ​ມູນິ​ດອິນດູຈີນນຳພາ (1930) ​ເຮັດ​​ໃຫ້ການ​ຕໍ່​ສູ້​ທີ່​ໄຮ້​ທິດ​ທາງ​ໃນ​ເມື່ອ​ກ່ອນນັ້ນ ​ໄດ້​ຫັ​ນມາ​ສູ່​ການ​ຕໍ່​ສູ້​ທີ່​ມີ​ທິດ​ທາງ, ມີ​ຈຸດໝາຍ​ປາຍທາງ, ມີ​ການຈຳ​ແ​ນກມິດ-ສັດຕູ​ຢ່າງ​ຈະ​ແຈ້ງ ອັນ​ໄດ້​ເຮັດ​ໃຫ້ການ​ຕໍ່​ສູ້​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ​ເຕີບ​ໃຫຍ່​ຂຶ້ນ​ເປັ​ນລຳດັບ ​ແລະ ຍາດ​ເອົາ​ໄຊຊະນະ​ມາ​ໄດ້​ຢ່າງ​ຕໍ່​ເນື່ອງ.
ປີ 1934 ​ໄດ້​ມີ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ ​ເພື່ອ​ຈັດ​ຕັ້ງ​ ຄະນະ​ພັກ​ແຄວ້ນ​ລາວ​ຂຶ້ນ ຢູ່​ດອນ​ຊິງ​ຊູ້ນະຄອນຫຼວງ​ວຽງ​ຈັນ ​ເຮັດ​ໃຫ້ກາ​ນນຳພາ​ ການ​ຕໍ່​ສູ້​ຕ້ານ​ລັດທິ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ ນັບ​ມື້ນັບຂະຫຍາຍຕົວ. ບັນດາ​ເຫດການ ​ທີ່​ເປັນ​ຂີດ​ໝາຍ​ ທາງ​ປະຫວັດສາດ ໃນ​ພາລະກິດ​ຕໍ່ຕ້ານ​ກັບ​ ລັດທິ​ລ່າ​ເມືອງ​ຂຶ້​ນແບບເກົ່າ​ ອັນໄດ້​ແກ່​ກາ​ນລຸກ​ຮື້ຂຶ້ນ ຢຶດ​ເອົາ​ອຳນາດ​ການ​ປົກຄອງ​ຢູ່​ວຽງ​ຈັນ ໃນ​ວັ​ນທີ 23 ສິງຫາ 1945 ​ໄດ້​ນຳ​ໄປ​ສູ່​ ການ​ປະກາດ​ເອກະລາດ 12 ຕຸລາ ​ໃນປີ​ດຽວ​ກັນ, ສ້າງ​ຕັ້ງ​ລັດຖະບານ​ລາວ​ອິດສະຫຼະຊົ່ວຄາວ. ຫຼັງ​ຈາກ​ນັ້ນ ​ກໍ່​​ໄດ້ຫັນທິດ​ອອກ​ສູ່​ຊົນນະບົດ​ ເພື່ອ​ຕ້ານ​ກັບ​ການ​ມາ​ຍຶດຄອງ​ລາວ​ ຄັ້ງ​ທີ 2 ຂອງຝຣັ່ງ, ​ໄດ້​ສ້າງ​ຕັ້ງ​ແນວ​ລາວ​ອິດສະຫຼະ ​ແລະ ລັດຖະບານ​ຕໍ່ຕ້ານ ​ເພື່ອ​ເຕົ້າ​ໂຮມ​ປະຊາຊົນ ດຳ​ເນີນ​ການຕໍ່ຕ້ານ ​ໂດຍ​ສົມທົບ​ກັບ​ກອງທັບ ​ແລະ ປະຊາຊົນ​ຫວຽດນາມ ໃນ​ພາລະກິດ​ຕໍ່​ສູ້​ກັບ​ລັດທິ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່ານານ​ເຖິງ 9 ປີ ຈົນ​ໄດ້​ຮັບ​​ໄຊຊະນະ​ຢູ່​ສະໜາມຮົບ​ດຽນບຽນ​ຟູ, ອັນນຳ​ໄປ​ສູ່​ກອງ​ປະຊຸມ​ເຊີ​ແນວ ປີ 1954 ກ່ຽວ​ກັບອິນດູຈີນ; ​ໂລກ​ໄດ້​ຮັບ​ຮູ້​ເອກະລາດ, ອຳນາດ​ອະທິປະ​ໄຕ ຂອງ​ສາມ​ຊາດ​ອິນດູຈີນ ​ແລະ ນຳ​ເອົາ​ ປະ​ເທດ​ລາວ​ເຂົ້າ​ສູ່​ໄລຍະ​ສັນຕິພາບ ແລະ ຄວາມ​ປອງ​ດອງ​ຂອງ​ຊາດ ​ເປັນ​ເວລາ​ສັ້ນ, ຈາກນັ້ນ​ບ້ານ​ເມືອງ ກໍ່​ກັບ​ຄື​ສູ່​ສົງຄາມ​ເທື່ອ​ໃໝ່.

ສະໄໝເປັນສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ

ໃນວັນທີ 1 ທັນວາ ຄ.ສ 1975 ກອງປະຊຸມຜູ້ແທນທົ່ວປະເທດໄດ້ໄຂຂື້ນທີ່ນະຄອນຫຼວງວຽງຈັນ ເຊິ່ງມີຜູ້ແທນເຂົ້າຮ່ວມ 264 ທ່ານ ເພື່ອຄົ້ນຄວ້າຕີລາຄາສະຖານະການຮ່ວມກັນ ແລະ ພິດຈາລະນາອະນາຄົດຂອງປະເທດຊາດ. ຜ່ານການຄົ້ນຄວ້າພິດຈາລະນາ, ຮັບຮອງເອົາການປະກາດຍຸບຕົວຂອງລັດຖະບານປະສົມຊົ່ວຄາວແຫ່ງຊາດ. ກອງປະຊຸມຍັງໄດ້ຕົກລົງມະຕິຮັບຮອງເອົາທຸງສາມສີວົງເດືອນເປັນທຸງຊາດລາວ, ຮັບຮອງເອົາເນື້ອຮອງເພງຊາດໃໝ່, ຮັບຮອງເອົາພາສາລາວ ເປັນພາສາທາງການ ແລະ ປະກາດປະເທດລາວເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປະກາດແຕ່ງຕັ້ງ ທ່ານ ສຸພານຸວົງ ເປັນປະທານປະເທດ, ແຕ່ງຕັ້ງທ່ານ ໄກສອນ ພົມວິຫານ ເປັນນາຍົກລັດຖະມົນຕີ, ແຕ່ງຕັ້ງ ເຈົ້າສີສະຫວ່າງວັດທະນາ ເປັນທີ່ປຶກສາສູງສູດຂອງປະທານປະເທດ, ແຕ່ງຕັ້ງ ເຈົ້າສຸວັນນະພູມມາ ເປັນທີ່ປຶກສາສູງສູດຂອງລັດຖະບານ ແລະ ຜ່ານມະຕິອື່ນໆ. ໃນວັນທີ 2 ທັນວາ ຄ.ສ 1975 ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດອັນສະງ່າງາມ.

No comments:

Post a Comment

ລາວ

ປະເທດລາວ     ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທຸງຊາດ ເຄື່ອງໝາຍຊາດ ຄຳຂວັນ : "ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະ...