ປະຫັວດສາດ ປະເທດລາວ

ປະຫວັດສາດລາວ ເຈົ້າອານຸວົງ 


ເມື່ອ​ບ້າ​ນເມືອງ​ສູນເສຍ​ເອກກະລາດ ​ປະຊາຊົນ​ຕົກ​ເປັນ​ຂ້ອຍ​ຂ້າ​ມ້າ​ໃຊ້​ຂອງ​ຕ່າງ​ຊາດ (ສະຫຍາມ) ​ເຮັດ​ໃຫ້​ເຈົ້າ​ອະນຸວົງ ​ເກີດ​ຄວາມ​ຮູ້ສຶກ​ຢາກ​ກູ້​ຊາດຍາດແຜ່ນດິນກັບຄືນມາ ກູ້​ເອົາ​ອິດສະຫຼະພາບ​ຂອງ​ຊາວ​​ລ້າ​ນຊ້າງ​ວຽງຈັນກັບຄືນ​ມາ. ​ເພື່ອ​ກະກຽ​ມໃຫ້​ແກ່​ການ​ລຸກຂຶ້ນກູ້​ຊາດ​ຍາດແຜ່ນດິນ​ຄື​ນມາ, ພາຍຫຼັງ​ໄດ້​ຖືກ​ແຕ່ງ​ຕັ້ງ ຈາກ​ສະຫຍາມ​ໃຫ້​ເປັ​ນກະສັດ​ລ້າ​ນຊ້າງ​ວຽງ​ຈັນ, ​ເຈົ້າ​ອານຸວົງ​ ກໍ່ໄດ້​ດຳ​ເນີນ​ພາລະກິດ​ອັນສຳຄັນ​ຫຼາຍ​ປະການ​ ເຊັ່ນ:
​ດ້າ​ນການ​ເມືອງ: ​ໄດ້​ຕິດຕາມ​ຂະ​ບວນກາ​ນຕໍ່​ສູ້​ຂອງ​ປະຊາຊົນ​ຢູ່​ໃນ​ແຕ່ລະ​ທ້ອງ​ຖິ່ນ ຄື : ຢູ່​ຈຳປາ​ສັກ ພາຍ​ໃຕ້​ກາ​ນນຳພາ​ຂອງ​ອ້າຍ​ຊຽງ​ແກ້ວ ຢູ່​ເມືອງ​ໂຂງ; ການ​ຕໍ່​ສູ້​ ຂອງ​ເຈົ້າ​ໂອ, ເຈົ້າ​ອິນ ຢູ່​ອັດ​ຕະປື; ສ່ວນຢູ່​ພາກ​ເໜືອ ພາກ​ກາງ ກໍ່​ມີ​ຂະ​ບວນຂອງ​ປະຊາຊົນ​ທີ່​ບໍ່ພໍ​ໃຈ​ກັບ​ສັກ​ດີ​ນາ​ທ້ອງ​ຖິ່ນ ​ໄດ້​ລຸກຂຶ້ນ​ແບບ​ກະ​ແຈກ​ກະຈາຍ; ຢູ່​ນະຄອນ​ພະນົມ​ກໍ່​ປ່າວປະກາດ​ແຍກ​ຕົວ​ບໍ່​ຂຶ້ນກັບ​ບາງກອກ; ​ໄດ້​ປັບປຸງ​ການ​ປົກຄອງ​ໃນ 79 ຫົວ​ເມືອງ ທີ່​ຂຶ້ນກັບ, ​ໄດ້​ໄປ​ພົບ​ກັບ​ເຈົ້າ​ເມືອງ​ທີ່​ເຂົ້າ​ໃຈ​ກັນດີຢູ່​ນະຄອ​ນພະນົມ, ມຸກດາ​ຫານ, ​ໄດ້​ແຕ່ງ​ໃຫ້​​ເຈົ້າລາຊະບຸດ​ໂຍ້ ​ໄປ​ເປັນ​ຜູ້​ປົກຄອງ​ຈຳປາ​ສັກ, ​ໄດ້​ນຳ​​ເອົາເຮືອ​ຄຳ, ນຳ​ເອົາຊ້າງ 7 ສອກ ​ແລະ ຂອງຂວັ​ນອື່ນ ໆ​ ໄປ​ມອບ​ຖວາຍ ​ແດ່ເຈົ້າ​ມັ​ນທາຕຸ​ລາດ ອານາຈັກ​ລ້ານຊ້າງ​ຫຼວງ​ພະ​ບາງ ​ເພື່ອ​ໃຫ້​ຫຼົງ​ລືມຄວາມ​ເກົ່າ​ຄວາມ​ຫຼັງ​ເພື່ອ​ພ້ອມ​ກັນ​ຕໍ່​ສູ້ ຍາດເອົາ​ແຜ່ນດິ​ນຄືນ​ມາ.
ດ້າ​ນການ​ສ້າງສາ: ​ເຈົ້າ​ອານຸວົງ​ ໄດ້​ນຳພາ​ປະຊາຊົນສ້າງ​ລາຊະ​ວັງ, ສ້າງແລະປະຕິສັງຂອນ​ວັດວາອາ​ຮາມ​ຂຶ້ນຫຼາຍ​ແຫ່ງ​ຄື: ວັດ​ສີສະ​​ເກດ, ປັບປຸງ​ເມືອງ​ໜອງ​ຄາຍ, ສ້າງຫໍພະແກ້ວ​ຂຶ້ນຢູ່​ວັດ​ຊ້າງ​ເຜືອກ ສີ​ຊຽງ​ໃໝ່, ລົງ​ໄປ​ສະຫຼອງ​ຂົວ ​ແລະ ເຂົ້າ​ຮ່ວມ​ງາ​ນນະມັດສະການ​ທາດ​ພະນົມ, ສ້າງ​ຂົວ​ຂ້າມແມ່ນ້ຳຂອງ​​ມາ​ສູ່​ວັດ​ອຸບ​ມຸງ.
ດ້ານ​ການ​ທະຫານ: ​ໄດ້​ປັບປຸງ​ກອງທັບ​ບັນດາ​ຫົວ​ເມືອງ​ໃຫ້​ເຂັ້ມ​ແຂງ.
ດ້ານການ​ຕ່າງປະ​ເທດ: ​ເຈົ້າ​ອານຸວົງ​ ພະຍາຍາມ​ໃກ້ຊິດ ​ກັບ​ກະສັດສະຫຍາມ ​ແລະ ​ໄດ້​ຊ່ວຍ​ສະຫຍາມ​ຍົກ​ທັບ​ໄປ​ຕີ​ພະມ້າ​ ຈົນ​ໄດ້​ຮັບ​​ໄຊຊະນະ ໃ​ນຂະນະ​ທີ່​ກອງທັບ​ສະຫຍາມ​ ໄດ້​ກັບ​ມາ​ດ້ວຍ​ມື​ເປົ່າ ​ແລະ​ ເສຍ​ໄຊ​ແກ່​ພະມ້າ ​ເຊິ່ງ​ໄດ້​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັບ​ສະຫຍາມ. ເຈົ້າ​ອານຸວົງ ​ມີ​ນະ​ໂຍບາຍພາຍ​ໃນ ​ແລະ ພາຍນ​ອກ​ຢ່າງ​ຈະ​ແຈ້ງ; ​ໃນນັ້ນ ​ມີ​ກາ​ນພົວພັນກັບ​ອານາ​ມ (ດ້າຍ​ຫວຽດ ຫຼື ຫວຽດນາມ​ໃນປະຈຸ​ບັນ).
​ເມື່ອກະກຽມ​ກຳລັງ​ພຽງພໍ​ແລ້ວ​ກໍ່​ໄດ້ ​ໂອກາດ​ລົງ​ໄປ​ປົງ​ພະສົບຂອງພະບາດສົມເດັດ​ພະພຸດທະ​ເລີດ​ຫຼ້າ​ນະພາ​ໄລ (ລາຊະການ ​ທີ 2) ຂອງສະຫຍາມ​. ໃນໂອກາດນີ້ ເຈົ້າ​ອານຸວົງ​ໄດ້​ຂໍ​ເອົາ​ຄົນ​ລາວ​ທີ່​ຖືກ​ກວາດ​ຕ້ອນ ໄປ​ໃນ​ເມື່ອ​ກ່ອນກັບ​ຄືນ, ຂໍ​ເອົາ​ນາງ​ສະໜົມ​ລາວ, ຂໍ​​ເອົາເຈົ້າ​ຍິງ​ດວງ​ຄຳ ພະຂະນິດຖະພະຄິນີອອກ​ຈາກ​ວັງ​ຄືນ​ມາ. ​ແຕ່​ບໍ່​ເປັນຈັ່ງ​ບຸນ ເພາະ​ອົງຜູ້​ຂຶ້ນຄອງ​ລາດ​ແທນ ​ພະບາດສົມເດັດພະພຸດທະ​ເລີດ​ຫຼ້ານ​ະພາ​ໄລ ນັ້ນ ​ບໍ່​ແມ່ນ​ອົງຜູ້​ສືບ​ທອດ​ຕາມ​ແຜນ ​ເພາະ​ຊົງຖືກ​ໄປ​ຜະໜວດ​ຍ້ອ​ນ ກາ​ນຊ່ວງ​ຊີງ​ອຳນາດ​ກັນໃນວັງ. ຜູ້​ທີ່ກຳ​ອຳນາດ​ພັດແມ່ນຜູ້​ທີ່​ຂັດ​ໃຈ​ກັບ​ເຈົ້າ​ອານຸວົງ​ມາ​ຕະຫຼອດ ສະ​ນັ້ນ ຈິ່ງ​ບໍ່​ຍອມ​ໃຫ້​ເຈົ້າ​ອານຸວົງ​ໄດ້​ຈັກຢ່າງ. ຄວາມຄຽດ​​ແຄ້ນຂອງ​ເຈົ້າ​ອານຸວົງ​ ທີ່​ມີ​ຕໍ່​ສະຫຍາມ​ນັບ​ມື້​ເພີ່ມ​ທະວີ​ຂຶ້ນ. ດັ່ງນັ້ນ ເຈົ້າ​ອານຸວົງ​ ຈິ່ງ​ໄດ້​ຊົງຕັດສິນ​ໃຈ​ລຸກຂຶ້ນຕໍ່​ສູ້​ເພື່ອ​ອິດສະຫຼະພາບ ​ແຕ່​ຍ້ອ​ນການກະກຽມ​ ແລະ ການສ້າງ​ກຳລັງ​ບໍ່​ທັນ​ດີ, ພາຍ​ໃນ​ບໍ່​ທັນ​ເຂັ້ມ​ແຂງ, ການຊັ່ງຊາ​ກຳລັງ​ກໍ່​ຜິດ​ໂຕ​ນກັນຫຼາຍ, ຝ່າຍ​ລາວ​ມີ​ທະຫານພຽງ​ແຕ່ 7 ໝື່ນຄົນ ​ພາຫະນະເສິກ​ສົງ​ຄາມ​ກໍ່​ຫຼ້າ​ສະ​ໄໝ ມີ​ແຕ່​ຫອກ​ແຕ່​ດາບ, ​ໃຊ້​ຊ້າງ​, ​ໃຊ້​ມ້າ ​ແລະ ງົວ​ກວຽນ. ກົງກັນ ຂ້າມ​ຝ່າຍ​ສະຫຍາມ​ມີ​ທະຫານ 1 ​ແສນ 7 ໝື່​ນຄົນ, ມີ​ອາວຸດ​ທັ​ນສະ​ໄໝ: (ປືນໃຫຍ່, ປືນ ​ເຫຼັກ​ຍາວ) ມີ​ລົດ​ລາກ​ແກ່​ຈຳນວນນຶ່ງ. ສະນັ້ນ, ຈິ່ງ​ພາ​ໃຫ້ການຕໍ່​ສູ້​ຂອງ​ເຈົ້າອານຸວົງ​ ບໍ່​ເປັນ​ຜົນສຳ​ເລັດ, ນະຄອນວຽງ​ຈັນ ​ກໍ່​ຖືກ​ກອງ​ທະຫານສະຫຍາມ​ມາ​ຍຶດ​ເອົາ ແລະ ທຳລາຍ​ທຸກສິ່ງ​ທຸກ​ຢ່າງ​ບໍ່​ໃຫ້​ເຫຼືອຫຍັງ, ​ເຈົ້າ​ອານຸວົງ​ກໍ່​ຖືກ​ຈັບໃສ່ກົງເຫຼັກ​ໄປ​ທໍລະມານ​ຢ່າງ​ປ່າ​ເຖື່ອນ​ຢູ່​ບາງກອກ ແລະ ຊົງສຸລະຄົດ​ຢູ່​ທີ່ນັ້ນ. ສຳລັບ​ຜູ້​ທີ່ເປັນ ​ເລືອດເນື້ອເຊື້ອໄຂ​ເຈົ້າ​ວຽງ​ຈັ​ນ ທັງ​ໝົດ​ກໍ່​ຖືກ​ດັບສູນ ດ້ວຍຮູບ​ການທໍລະມານຮ່າງກາຍ ຫຼື ຂ້າ​ຖິ້ມ. ສ່ວນບຸກຄົນທີ່ຮອງ​ລົງ​ມາ​ກໍ່​ຖືກ​ເຮັດ​ໃຫ້​ເສຍກຽດ​ເສຍ​ສັກ​ສີ, ສຳລັບ​ປະຊາຊົນກໍ່​ຖືກ​ກວາດ​ຕ້ອນລົງ​ໄປ​ບາງກອກ​ ​ແລະ ຖືກ​​ໃຊ້​ງານ​ຢ່າງ​ໜັກ​ ໃນ​ຖານະເປັນສະ​ເລີຍ​ເສິກ, ​ເປັນຂ້ອຍ​ຂ້າ​ມ້າ​​ໃຊ້​ໃຫ້​ ພວກ​ຂຸນນ​າງ​ສັກ​ດີ​ນາສະຫຍາມ.
ສຳລັບ​ຕົວ​ເມືອງ​ວຽງ​ຈັນກໍ່​ຖືກຂຸນເສິກ​ສະຫຍາມ ​ສັ່ງ​ໃຫ້​ກອງ​ທະຫານ ​ຕັດ​ກົກ​ໄມ້​ທັງ​ໝົດ ແລະ ຈູດ​ເຜົາ​ທຳລາຍ, ປຸ້ນ​ເອົາ​ຊັບ​ສົມບັດ​ຂອງ​ປະຊາຊົ​ນແບບໂຈນ 500 ​ໂດຍ​ເຈຕະນາ​​ເຮັດໃຫ້​ວຽງ​ຈັນ ​ເປັນເມືອງ​ຮ້າງ​ບໍ່​ສາມາດ​ຢູ່​ໄດ້ ບໍ່​ໃຫ້​ຟື້ນຟູ​ເປັນຕົວ​ເມືອງ​ໄດ້​ອີກ. ອານາຈັກ​ລ້າ​ນຊ້າງ​ວຽງ​ຈັນ ​ໄດ້​ຖືກຫຼຸດ​ຖານະ​ຈາກ​ເປັ​ນ ອານາຈັກໜຶ່ງ​ລົງ​ມາ​ເປັນ​ແຄວ້​ນໜຶ່ງ​ຂອງ​ສະຫຍາມ​​ໂດຍມີ​ສຳນັກງານ ​ຕັ້ງ​ຢູ່​ໜອງ​ຄາຍ ຕໍ່​ມາ​ກໍ່​ໄປ​ຕັ້ງ​ຢູ່ ​ອຸດອນທານີ, ວຽງ​ຈັນທີ່​ເຄີຍສວຍສົດງົດງາມ​ກໍກັບກາຍ​ເປັນເມືອງ​ຮ້າງ 60 ກວ່າ​ປີ.
ເຖິງ​ວ່າກາ​ນຕໍ່​ສູ້​ກູ້​ແຜ່ນດິນ​ຄືນ​ຂອງ ​ເຈົ້າ​ອານຸວົງ ​ບໍ່​ເປັນຜົນສຳ​ເລັດ​ກໍ່ຕາມ ​ແຕ່​ມັ​ນກໍ່​ມີ​ຄວາມ​ໝາຍປະຫວັດສາດ ອັ​ນເລິກ​ເຊິ່ງຊຶ່ງ​ສະ​ແດງ​ໃຫ້​ເຫັນເຖິງ​ມູ​ນເຊື້ອຕໍ່​ສູ້​ອັນ ເດັດດ່ຽວ​ກ້າຫານ ​ບໍ່​ຍອມ​ຈຳນົນຂອງ​ຄົ​ນລາວ​ ໃຕ້​ກາ​ນນຳພາ​ຂອງ​ເຈົ້າ​ອານຸວົງ, ມູນ​ເຊື້ອ ດັ່ງກ່າວ ຖືກຝັງ​ເລິກ​ຢູ່​ໃນ​ຈິດ​ໃຈ​ຂອງ​ຄົ​ນລາວ​ທຸກ​ຄົນ ​ບໍ່​ວ່າຈະ​ເປັນ​ຄົ​ນເຊື້ອຊາດ​ລາວ​ຢູ່​ຝັ່ງ​ຊ້າຍ, ກໍ​ຄືຝັ່ງ​ຂວາ​ຂອງ​ແມ່ນ້ຳຂອງ​​ຕ່າງ​ກໍ່​ຈົດ​ຈຳ​ມູນເຊື້ອດັ່ງກ່າວໄວ້​ຕະຫຼອດ​ມາ ​ແລະ​ ໄດ້​ສືບຕໍ່​ກາ​ນຕໍ່​ສູ້​ໃນຮູບ​ການໃໝ່ເປັ​ນຕົ້ນ ແມ່​ນຊາວ​ອີສານຂອງ​ໄທ ​ໄດ້​ພາກັນແຕ່ງ​ກາບ​ກອນ, ວັນນະຄະດີ, ສ້າງເປັ​ນໜັງສື​ອິນຕົກ ​ເພື່ອຄັດຄ້າ​ນຕ້ານຢັ​ນການສັກ​ລາຍ ​​ເອົາ​ຄົນລາວ​ອີສານເປັນສັນຊາດ​ໄທ; ​ເປັນຄຳປິດສະໜາ ​ແລະ ມີ​ຄຳ​ເວົ້າ​ທີ່​ວ່າ: “ໝາກ​ຟັກ, ໝາກອຶ ຢູ່ດີໆ​ຈະ​ກາຍ​ເປັນຊ້າງ​ເປັນ​ມ້າ​ໄດ້​ແນວ​ໃດ, ຄວາຍ​ເຖິກຄວາຍ​ດ່ອນ ​ແລະ ໝູ​ດ່ອນ ​ຢູ່ດີໆ​ຈະ​ກາຍ​ເປັນຍັກ​ກິນຄົນໄດ້​ແນວ​ໃດ, ຄົ​ນລາວ​ ຢູ່ດີໆ​ຈະ​ກາຍ​ເປັນໄທ​ໄດ້​ແນວ​ໃດ”, ນອກນັ້ນ ​ກໍ​ມີ​ຈົດໝາຍ “ສານລືບ​ພະ​ສູນ” ແລະ ອື່ນໆ… ຂະບວນການຕໍ່​ສູ້​ຕ້ານສະຫຍາມ ​ເພື່ອ​ກູ້​ແຜ່ນດິ​ນຄືນຂອງ ເຈົ້າ​ອານຸວົງ ​ໄດ້​ເຮັດໃຫ້​ລັດທິ​ຮັກ​ຊາດ​ອັນດູດ​ດື່ມ​ເຂັ້ມ​ຂຸ້ນຂຶ້ນ, ຊື່​ສຽງ​ຂອງນັກ​ຮົບວິລະ​ຊົນ​ທີ່​​ເຂົ້າຮ່ວມ​ການ​ຕໍ່​ສູ້​ຄັ້ງນັ້ນ​ເຊັ່ນ: ເຈົ້າ​ສຸ​ກກະສານ​, ເຈົ້າ​ລາຊະວົງ, ເຈົ້າ​ລາຊະບຸດ, ພະຍາ​ນາ​ລີ, ພະຍາ​ໄກ​ສົງຄາມ ​ແລະ ຜູ້​ອື່ນ ໆ ໄດ້​ຖືກຈົດ​ບັນທຶກ​ໄວ້ໃນປຶ້ມຄຳ​ປະຫວັດສາດ ເຊິ່ງຄົນລາວ ​ບໍ່ຫຼົງລືມ​ໄດ້​. ສັງ​ຮວມ​ແລ້ວ ​ໄລຍະລາວ​ ຕົກ​ເປັ​ນເມືອງ​ສ່ວຍ ​ແລະ ເມືອງ​ຂຶ້ນຂອງ​ສະຫຍາມຮ້ອຍ​ກວ່າ​ປີ, ​ເປັນໄລຍະທີ່​ນະຄອນວຽງ​ຈັນ ​ຫງ່ວມ​ເຫງົາເສົ້າໝອງ ​ແລະ ສູນເສຍນ້ຳຕາ ບ້າ​ນເມືອງ​ອັນ​ສວຍສົດງົດ​ງາມຮຸ່ງເຮືອງເຫຼືອງເຫຼື້ອມ​ທີ່​ບັນພະ​ບູລຸດ​ເຮົາ​ສ້າງ​ໄວ້​ເກືອບ 500 ປີ​ກ່ອນນັ້ນ ​ເກືອບຈະ​ບໍ່​ຍັງ​ເຫຼືອ​ແມ່​ນແຕ່ຮ່ອງຮອຍ. ຄວາມ​​ໂຫດຮ້າຍ ​ປ່າ​ເຖື່ອນໃນ​ກາ​ນທຳລາຍ​ລ້າງຜາ​ນຂອງ​ສະຫຍາມ​ທີ່​ມີ​ຕໍ່​ລາວເວລາ​​ໃດ​ກໍ່​ຍັງ​ຝັງ​ເລິກ​ຢູ່​ໃນ ດວງຈິດດວງ​ໃຈ​ຂອງ​ຄົນລາວ​ຕະຫຼອດ​ມາ.
ພາຍຫຼັງ​ ເຈົ້າ​ອະນຸວົງ ​ ຖືກ​ປະຫານຊີວິດ​ດ້ວຍ​ການທໍລະມານຮ່າງກາຍ​ອັນປ່າ​ເຖື່ອນ​ແລ້ວ​ ກໍ່​ຍັງເກີດ​ມີ​ຂະ​ບວນການຕ້ານ​ສະຫຍາມ​ເຊັ່ນ: “​ເສິກ​ສາມ​ໂບກ (ນ້ຳ​ພອງ ຈັງຫວັດຂອນແກ່ນ) 1893”, ຂະ​ບວນການຕໍ່​ສູ້​ຂອງເຈົ້າຟ້າ​ຂາວ ຍາດພີ່ນ້ອງ​ຂອງ ​ເຈົ້າ​ລາຊະ​ດາ​ ໃນເຈົ້າ​ເມືອງ​ຈຳປາ​ສັກ, ພະຍາອຸທຸມພອນ ​ເຈົ້າ​ເມືອງ​ອຸທຸມພອນ, ພະຍາ​ສ້າງ​ດີ ​ເຈົ້າ​ເມືອງ​ອັດ​ຕະປື ແລະ ຂະ​ບວນການ ​ຕໍ່​ສູ້​ອື່ນໆ ທີ່ໄດ້​ປະ​ຮ່ອງຮອຍ​ແຫ່ງ​ການ​ຕໍ່​ສູ້​ໄວ້​ ເຊິ່ງມູ​ນເຊື້ອຕໍ່​ສູ້ນັ້ນ ​ໄດ້​ລຸກ​ເປັນໄຟ​ໃນສະໄໝ​ຝຣັ່ງ​ມາ​ປົກຄອງ.
ວັນທີ່ 21 ມິນາ 1946 ເປັນວັນຄຽດຄ້ານຂອງຊາວເມືອງທ່າແຂກ

ມີຄົນເຄີຍເວົ້າວ່າ: “ເຮົາຈະມີຄວາມເຂົ້າໃຈຕົວຕົນຂອງເຮົາຍິ່ງຂຶ້ນ ຫາກເຮົາເຂົ້າໃຈປະຫວັດສາດຂອງເຮົາ”ຂ້າງລຸ່ມນີ້ແມ່ນບັນທຶກເຫດການສຳຄັນຕ່າງໆທີ່ເກີດຂຶ້ນຢູ່ ສ ປ ປ ລາວ ໃນແຕ່ລະຊ່ວງເວລາ ແຕ່ອາດີດຈົນເຖິງປັດຈຸບັນ
1353 – 1828 – ສ ປ ປ ລາວ ເຄີຍມີຊື່ວ່າ ລ້ານຊ້າງ “ອານາຈັກລ້ານຊ້າງ” ມີເມືອງຫລວງຕັ້ງຢູ່ທາງພາກເຫນືອ ຂອງລາວ ຊື່ວ່າຫລວງພະບາງ
ໃນສັດຕະວັດທີ 19 ນີ້ເອງ (1800s) ທີ່ເກືອບທັງຫມົດແຜ່ນດິນລ້ານຊ້າງ ຕົກຢູ່ພາຍໃຕ້ການປົກຄອງຂອງ ປະເທດສະຫຍາມ (ປະເທດໄທ) ຈົນຮອດສະໄຫມຝຣັ່ງເຂົ້າມາ
1893 – ປະເທດລາວຕົກເປັນຫົວເມືອງຂຶ້ນຂອງຝລັ່ງ, ເຖິງປີ 1945 ຍີ່ປຸ່ນກໍເຂົ້າມາປົກຄອງໃນໄລຍະຫນຶ່ງ ຈົນສິ້ນສຸດສົງຄາມໂລກຄັ້ງທີ II
1946 – ປະເທດລາວຖືກປົກຄອງໂດຍຝລັ່ງອີກຄັ້ງ
1950 – ປະເທດລາວກາຍເປັນປະເທດເຄິ່ງປົກຄອງຕົນເອງ ຖືເປັນລັດຫນຶ່ງຢູ່ໃນສະຫະພາບຝລັ່ງອະນຸສາວະລີຂອງທ່ານທູດ ປາວີ (Jean-Marie Pavie) ທີ່ວຽງຈັນ
1954 – ປະເທດລາວໄດ້ຮັບເອກະລາດຢ່າງສົມບູນ ພາຍໃຕ້ລັດຖະທຳມະນູນທີ່ມີເຈົ້າຊີວິດເປັນປະມຸກ. ເກີດມີສົງຄາມກາງເມືອງລະຫວ່າງຝ່າຍສະຫນັບສະຫນູນລະບອບລາຊາທິປະໄຕ ແລະ ຝ່າຍຄອມມູນິດ
ປີ ຄສ 1960– ປະເທດລາວຖືກສະຫະລັດອາເມລິກາໂຈມຕີທາງອາກາດຢ່າງຫນັກນ່ວງ, ເນື່ອງຈາກສະຫະລັດອາເມລິກາ ຕ້ອງການທຳລາຍ ສະຖານທີ່ລີ້ໄພ ແລະ ເສັ້ນທາງປົດປ່ອຍຫວຽກນາມເຫນືອ ດັ່ງທີ່ຮູ້ກັນຢ່າງແຜ່ຫລາຍໃນນາມ “ເສັ້ນທາງໂຮ່ຈີມິນ” ຫລື Ho Chi Minh Trail. ມີການຄາດຄະເນວ່າ ຈຳນວນລູກລະເບີດທີ່ຖືກປ່ອຍຖິ້ມສູ່ຜືນແຜ່ນດິນລາວ ແມ່ນຫລາຍກວ່າຈຳນວນລະເບີດທັງຫມົດທີ່ໃຊ້ໃນ ຊ່ວງສົງຄາມໂລກຄັ້ງທີ II
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ຮັບການສະຖາປະນາຢ່າງເປັນທາງການ ໂດຍພັກປະຊາຊົນປະຕິວັດລາວ ເຊິ່ງເປັນພັກການເມືອງພຽງພັກດຽວ. ທ່ານໄກສອນ ພົມວິຫານກາຍເປັນນາຍົກລັດຖະມົນຕີ. “ການຫັນສູ່ລະບອບສັງຄົມນິຍົມ” ໄດ້ເລີ່ມຕົ້ນຂຶ້ນ.
1973 – ຂໍ້ຕົກລົງວ່າດ້ວຍການຢຸດຍິງວຽງຈັນ ລະຫວ່າງ ຝ່າຍຄອມມູນິດ ແລະ ຝ່າຍສະຫນັບສະຫນູນລະບອບລາຊາ. ປະເທດລາວ ຖືກປົກຄອງໂດຍຝ່າຍຄອມມູນິດຢ່າງສົມບູນ
1975 – ເຈົ້າຊີວິດສະຫວ່າງ ວັດທະນາສະຫລະລາຊບັນລັງ, ຈາກນັ້ນ ທ່ານກໍຖືກຈັບກຸມໂຕ ແລະ ເສຍຊີວິດໃນຫ້ອງຂັງ. ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ປະກາດເອກະລາດຢ່າງສົມບູນ, ໂດຍມີພັກປະຊາຊົນປະຕິວັດລາວ ເປັນພັກການເມືອງທີ່ຖືກຕ້ອງຕາມ ກົດຫມາຍພຽງພັກດຽວ. ທ່ານ ໄກສອນ ພົມວິຫານ ກາຍເປັນນາຍົກລັດທະມົນຕີ. ປະເທດລາວເລີ່ມຕົ້ນຫັນສູ່ລະບອບສັງຄົມນິຍົມ
1986 – ສ ປ ປ ລາວ ເປັນປະເທດຫນຶ່ງທີ່ບໍ່ທັນມີລັດຖະທຳມະນູນ ແລະລະບຽບກົດຫມາຍ, ລະບົບເສດຖະກິດແມ່ນວາງແຜນຈາກສູນກາງ ແລະ ສິດເປັນເຈົ້າຂອງພາກເອກະຊົນຍັງຈຳກັດ. ຍ້ອນສະພາບຄືແນວນີ້ ຈຶ່ງເຮັດໃຫ້ຜົນຜະລິດຫລຸດຫນ້ອຍຖອຍລົງ ເຊິ່ງເຮັດໃຫ້ເກີດມີການຂາດແຄນສະບຽບອາຫານ
1979 – ການຂາດແຄນສະບຽງອາຫານ ແລະ ການອົບພະຍົບລີ້ໄພຂອງຄົນລາວໄປປະເທດໄທກວ່າ 100,000 ຄົນ ເຮັດໃຫ້ລັດຖະບານເລີ່ມທົບທວນວິທີການ. ມີການອະນຸຍາດໃຫ້ເອກະຊົນບາງພາກສ່ວນລົງທຶນໃນຂະແຫນງກະສິກຳ. ການລົ້ມສະຫລາຍຂອງສະຫະພາບໂຊຫວຽດໃນສະໄຫມນາຍພົນ ໂກບາຊອບ (Gorbachev) ກໍເປັນປັດໃຈຫນຶ່ງ ທີ່ກະຕຸ້ນໃຫ້ປະເທດລາວນຳໃຊ້ລະບົບເສດຖະກິດຕະຫລາດ
1989 – ມີການເລືອກຕັ້ງຄັ້ງທຳອິດ ນັບຕັ້ງແຕ່ປີ 1975, ຜູ້ສະຫມັກທຸກທ່ານ ຕ້ອງໄດ້ຮັບອະນຸມັດຈາກ ພັກປະຊາຊົນປະຕິວັດລາວ. ຝ່າຍຄອມມູນິດກຳອຳນາດຢ່າງສົມບູນ
1991 – ມີການເຊັນສັນຍາທາງດ້ານການຮ່ວມມື ແລະ ຄວາມຫມັ້ນຄົງກັບປະເທດໄທ. ລັດຖະທຳມະນູນ ສະບັບໃຫມ່ຖືກຮັບຮອງ. ທ່ານ ໄກສອນ ພົມວິຫານ ກາຍເປັນປະທານປະເທດ ແລະ ທ່ານ ຄຳໄຕ ສີພັນດອນ ກາຍເປັນນາຍົກ ລັດຖະມົນຕີ
1992 – ປະທານໄກສອນ ພົມວິຫານ ເສຍຊີວິດ. ທ່ານຄຳໄຕ ສີພັນດອນກາຍເປັນຫົວຫນ້າພັກປະຊາຊົນປະຕິວັດລາວ
1994 – ມີການເປີດນຳໃຊ້ “ສະພານມິດຕະພາບ” ຂ້າມແມ່ນຳ້ຂອງ ເຊື່ອມໂຍງແຜ່ນດິນປະເທດລາວ ແລະ ປະເທດໄທ
1997 – ສ ປ ປ ລາວ ກາຍເປັນປະເທດສະມາຊິກສະມາຄົມອາຊີຕາເວັນອອກສ່ຽງໃຕ້ ຫລື Association of Southeast Asian Nations (ASEAN). ວິກິດການເສດຖະກິດອາຊີສົ່ງຜົນກະທົບຫນັກນ່ວງຕໍ່ກັບຄ່າເງິນກີບ
1998 – ທ່ານຄຳໄຕ ສີພັນດອນກາຍເປັນປະທານປະເທດ
2000 – ເກີດເຫດການລະເບີຍທີ່ນະຄອນຫລວງວຽງຈັນ, ທາງເຈົ້າຫນ້າທີ່ບອກວ່າ ເປັນຝີມືຂອງກຸ່ມຕໍ່ຕ້ານລັດຖະບານທີ່ອາໄສຢູ່ຕ່າງ ປະເທດ. ມີການສະຫລອງຄົບຮອບ 25 ປີ ຂອງພັກຄອມມູນິດທີ່ນະຄອນຫລວງວຽງຈັນໃນເດືອນທັນວາ. ລັດຖະບານເລີ່ມຫັນປ່ຽນ ລະບອບການປົກຄອງທີ່ວາງແຜນຈາກສູນກາງສູ່ການມອບສິດອຳນາດໃນການປົກຄອງ ຕົນເອງ ແລະ ງົບປະມານໃຫ້ທາງຂັ້ນແຂວງ
2001 – ທ່ານ ຄຳໄຕ ສີພັນດອນ ໄດ້ຮັບຄັດເລືອກເປັນປະທານປະເທດອີກຄັ້ງ. ອົງການການເງິນສາກົນ (International Monetary Fund – IMF) ອະນຸມັດເງິນກູ້ເງິນໄລຍະ 3 ປີ ມູນຄ່າ 40 ລ້ານໂດລາ,ຄາດວ່າເງິນດັ່ງກ່າວຈະຊ່ວຍສ້າງຄວາມຫມັ້ນຄົງທາງດ້ານ ເສດຖະກິດໃນລະດັບມະຫາພາກ ແລະ ຊ່ວຍຫລຸດຜ່ອນຄວາມທຸກ ຍາກ ຕາມແນວທາງ “ການຂະຫຍາຍໂຕຢ່າງສະເຫມີພາບ”.
ສະພາແຫ່ງຊາດສະເຫນີກົດຫມາຍປະຫານຊີວິດ ແກ່ຜູ້ຄອບຄອງສິ່ງເສບຕິດຫລາຍກວ່າ 500 g. ອົງການອາຫານໂລກ (World Food Program – WFP) ຂອງອົງການສະຫະປະຊາຊາດ (United Nation – UN) ດຳເນີນແຜນງານ 3 ປີ ເພື່ອຊ່ວຍເຫລືອເດັກນ້ອຍທີ່ ຂາດແຄນສານອາຫານຈຳນວນ 70,000 ຄົນ.
2002 ກຸມພາ – ການເລືອກຕັ້ງສະມາຊິກສະພາແຫ່ງຊາດ 2003 – ນັກຂ່າວຊາວເອີລົບ 2 ທ່ານ ແລະ ພາສາແປຊາວອາເມລິກາ 1 ທ່ານ ຖືກຈັບກຸມ ພາຍຫລັງທີ່ເຂົ າເຈົ້າຕິດຕໍ່ຊົນເຜົ່າມົ້ງ.
2004 ພະຈິກ – ປະເທດລາວເປັນປະທານຈັດກອງປະຊຸມ Aseasn Summit
2005 – ສະຫະລັດອາເມລິກາສ້າງຕັ້ງ Normal Trade Relations, ເຊິ່ງເປັນການຢຸດຕິພາສີນຳເຂົ້າ.
ທະນາຄານໂລກອະນຸມັດ ເງິນກູ້ສຳລັບໂຄງການກໍ່ສ້າງເຂື່ອນໄຟຟ້ານຳ້ເທີນ 2 ແລະ ມີການວາງເສົ າເຂັມໃນປີນີ້.ເຂື່ອນດັ່ງກ່າວຄາດວ່າຈະສາມາດສ້າງ ລາຍຮັບຈາກການສົ່ງອອກໄຟຟ້າ, ບາງຝ່າຍກໍກົງວົນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃນເຂດນັ້ນ
2006 – ທ່ານ ຈູມມະນີ ໄຊຍະສອນ ກາຍເປັນປະທານປະເທດ. ທ່ານ ຄຳໄຕ ສີພັນດອນ ອາດີດປະທານປະເທດ ກາຍເປັນຜູ້ນຳພັກ ຄອມມູນິດໃນເດືອນມີນາ.
ຊາວເຜົ່າມົ້ງຫລາຍກວ່າ 400 ຄົນ ຍອມມອບໂຕໃຫ້ແກ່ເຈົ້າຫນ້າທີ່ລາວ, ເຂົ້າເຈົ້າແມ່ນຫນຶ່ງໃນສອງສາມ ກຸ່ມຂອງ ຊາວເຜົ່າມົ້ງທີ່ອາໄສຢູ່ໃນປ່າເພື່ອລີ້ໄພນັບຕັ້ງແຕ່ປີ 1975 ເນື່ອງຈາກຝ່າຍ ລັດຖະບານສະຫະລັດອາເມລິກາທີ່ເຂົ າເຈົ້າສະຫນັບ ສະຫນູນນັ້ນຜ່າຍແພ້ຕໍ່ຝ່າຍຄອມມູນິດ
2008 – ສ ປ ປ ລາວ ເລີ່ມຕົ້ນສະຫມັກເຂົ້າເປັນສະມາຊິກອົງການການຄ້າໂລກ (World Trade Organization – WTO). ອົງການຊ່ວຍເຫລືອເດັກ (Save the Children) ລາຍງານວ່າ ມີເດັກນ້ອຍຈຳນວນ 69% ຢູ່ໃນ ສ ປ ປ ລາວ ຍັງຂາດແຄນການ ເບິ່ງແຍງສຸຂະພາບຂັ້ນພື້ນຖານ
2010 – ເຈົ້າຊີວິດປະເທດໄທ ເດີນທາງມາເປີດທາງລົດໄປທີ່ແລ່ນຂ້າມແມ່ນຳ້ຂອງ ເຊື່ອມໂຍງປະເທດລາວ ແລະ ປະເທດໄທ. ແຮງງານເຜົ່າມົ້ງຫລາຍກວ່າ 4,000 ຄົນ ຖືກສົ່ງໂຕຈາກປະເທດໄທ ກັບສູ່ປະເທດລາວ
2011 – ທ່ານ ບົວສອນ ບຸບຜາວັນ ລາອອກຈາກການເປັນນາຍົກ ລັດຖະມົນຕີ ຍ້ອນເຫດຜົນທາງຄອບຄົວ ທ່ານ ທອງສິງ ທຳມະວົງ – ປະທານສະພາແຫ່ງຊາດ ຂຶ້ນເປັນນາຍົກແທນ.
2011 ມັງກອນ – ເປີດຕະຫລາດຫລັກຊັບແຫ່ງທຳອິດຂອງປະເທດ ຢູ່ນະຄອນຫລວງວຽງຈັນ, ມີບໍລິສັດຈົດທະບຽນ 2 ບໍລິສັດ ຄື ທະນາການຄ້າຕ່າງປະເທດ ແລະ ລັດວິສາຫະກິດໄຟຟ້າລາວ ອາດີດນາຍພົນ ແລະ ຜູ້ນຳຊົນເຜົ່າມົ້ງ
– ວັງປາວ ເສຍຊີວິດໃນໄຍອາຍຸ 81 ປີ 2011 ມິຖຸນາ
– ປະທານຈູມມະລີ ໄຊຍະສອນ ດຳລົງຕຳແຫນ່ງສືບຕໍ່ອີກ 5 ປີ ໂດຍການເຫັນດີຂອງສະພາແຫ່ງຊາດ 2012 ກໍລະກົດ
– ທ່ານ ນາງ ຮີແລຣີ ຄລິນຕັ້ນ (Hillary Clinton) ເປັນລັດຖະມົນຕີການຕ່າງປະເທດສະຫະລັດອາເມລິກາ ຄົນທຳອິດ ໃນຮອບ 57 ປີ ທີ່ມາຢ້ຽມຍາມ ສ.ປ.ປ ລາວ.
ຈຸດປະສົງຫລັກແມ່ນເພື່ອ ປົວແປງບາດແຜຈາກສົງຄາມຫວຽດນາມ ແລະ ບັນຫາການຂັດແຍ່ງໂຄງການສ້າງ ເຂື່ອນໄຟຟ້າໃສ່ແມ່ນໍ້າຂອງທີ່ແຂວງໄຊຍະບູລີ
ຂໍ້ມູນຮູບພາບປະກອບ:ມໍລະດົກລ້ານຊ້າງ
ຂຽນໂດຍ: ນາງສາຍວາລິນ ບໍລະວົງ
ຂໍ້ມູນຈາກ: ສູນລວມຄວາມຮູ້

No comments:

Post a Comment

ລາວ

ປະເທດລາວ     ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທຸງຊາດ ເຄື່ອງໝາຍຊາດ ຄຳຂວັນ : "ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະ...